ແມ່ຕູ້ຈີນ ອາຍຸ 81 ຄວ້າໃບປະລິນຍາຕີ ຈາກມະຫາວິທະຍາໄລຊື່ດັງຂອງຈີນ


ແມ່ຕູ້ ເຊເວຍ ໝີ່ນຊິວ ອາຍຸ 81 ປີ  ຮັບໃບປະກາດປະລິນຍາຕີ ສາຂາວິຊາການຄ້າອອນໄລນ໌ຫຼືອີຄອມເມີຣ໌ຊ (E-commerce) ຈາກມະຫາວິທະຍາໄລທຽນຈິນ ທາງພາກເໜືອຂອງຈີນ ໃນວັນອາທິດທີ່ 4 ກຸມພາທີ່ຜ່ານມາ

ເລື່ອງດັ່ງກ່າວເລີ່ມຂື້ນເມື່ອແມ່ຕູ້ໄປສະໝັກຮຽນສາຂາວິຊາອີຄອມເມີຣ໌ຊ ຂອງມະຫາວິທະຍາໄລທຽນ ໃນປີ 2014 ຂະນະນັ້ນອາຍຸ 77 ປີ ໂດຍຄອບຄອງຕໍ່ານັກສືກສາທີ່ມີອາຍຸຫຼາຍທີ່ສຸດແລ້ວຍັງເປັນໜື່ງໃນກຸ່ມນັກສຶກສາທີ່ດຸໝັ່ນ ຕື່ນແຕ່ 5 ໂມງທຸກມື້ແລະໂທລະພາບທີເຮືອນຂອງລາວບໍ່ໄດ້ເປີດເປັນເວລາ 4 ປີແລ້ວເພາະແມ່ຕູ້ຄິດວ່າຄວນໃຊ້ເວລາໃຫ້ກັບການສຶກສາຫຼາຍກວ່າ
ນອກນີ້ແມ່ຕູ້ຍັງຮູ້ເຖິງ 5 ພາສາ ມີ ຈິນ ອັງກິດ ຝັຣງເສດ ຣັດເຊຍແລະລາຕິນ ລວມທັງຍັງມີທັກສະການໃຊ້ໂປແກຣມ ເອັກເຊວແລະໂຟໂຕຊັອບອີກດ້ວຍ


ແມ່ຕູ້ກ່າວວ່າ ເຖິງຈະພົບກັບອຸປະສັກຫຼວງຫຼາຍລະຫວ່າງການຮຽນ ແຕ່ຄວາມຜິດພາດກໍ່ສອນໃຫ້ລາວສະຫຼາດແລະເຂັ້ມແຂງຂື້ນກ່ອນເກົ່າ ຄົນເຮົາຈະຮູ້ຈັກກັບຕົວເອງຢ່າງແທ້ຈິງເມື່ອຕອນທີພົບກັບຄວາມລໍາບາກ

ລາວຍັງໄດ້ຍ້ອງຍໍທີ່ລະບົບການສຶກສາທາງໄກ ເຊິ່ງຊ່ວຍເປີດໂລກການຮຽນຮູ້ໃຫ້ລາວຄວ້າໃບປະລິນຍາມາໄດ້ ແລະຂອບໃຈອາຈານທີາມະຫາວິທະຍາໄລທຽນເປັນພິເສດ ທີ່ຊ່ວຍສະໜັບສະໜູນລາວດ້ວຍອົບອຸ່ນ ຄວາມຫວັງແລະຄວາມກ້າຫານເຮັດໃຫ້ຝັນຂອງລາວເປັນຈິງ

ไม่มีความคิดเห็น