ເຕືອນໄພ!! ແກ໊ງຕົ້ມຕຸ່ນແຊັດມາທາງເຟດບຸກ ບອກສິໂອນເງີນໃຫ້ 2 ລ້ານໂດລາ


ວັນທີ່ 2 ກຸມພາ 2018​ຜູ້ໃຊ້ເຟດບຸກຊື່: ບອຍ ພູນສຸກຈະເລີນສິນ ໄດ້ໂພສລົງເຟດບຸກສ່ວນໂຕວ່າ: “ນີ້ແມ່ນໂສມຫນ້າຂອງຜູ້ທີ່ຈະໂອນເງິນໃຫ້ຂ້າພະເຈົ້າຈຳນວນ2,000,000$ໂດລາສະຫະລັດເຊີ່ງໃຫ້ຂ້າພະເຈົ້າໂອນເງິນຫັກຄ່າພາສີກ່ອນຈຳນວນ200,000$ໃຜຢາກໄດ້ແມ່ນຕິດຕໍ່ຫາລາວໂລດເດີຂ້ອຍບໍ່ເອົາດອກຊິທຸກປານໃດກະຊິຫາດ້ວຍສອງມືນີ້ລະ(ຄິດວ່າຄົງຊິມີຫລາຍຄົນທີ່ລາວສົ່ງຂໍຄວາມຫາ)!ຄວນຂີ່ຈັກກະຍານໃນການຮັບຊົມ!”. ເຊີ່ງຫຼັງຈາກນັ້ນກໍ່ມີຄົນມາສະແດງຄວາມຄິດເຫັນ ແລະ ແຊຕໍ່ໄປຈຳນວນຫຼາຍ ເຊີ່ງຫຼາຍຄົນບອກວ່າ ຖືກແຊັດມາຫາຄືກັນບອກສິໂອນເງີນໃຫ້ 2-3 ລ້ານໂດລາແຕ່ຕ້ອງໂອນຄ່າເສຍພາສີໄປໃຫ້ກ່ອນ 2 ແສນໂດລາ. ຄວາມຈິງເປັນແບບໃດແທ້ກໍ່ຍັງກວດສອບຢູ່ແຕ່ກໍ່ຂໍໃຫ້ທຸກຄົນມີສະຕິ.
ພາບຄຳເວົ້າຈາກຜູ້ທີ່ຖືກແຊັດຫາຄົນອື່ນໆ:







ไม่มีความคิดเห็น