ແບຣນດັງຊາຣ່າ ຖືກວິຈານຮຽນແບບ “ຜ້າສະໂລ່ງ” ແລ້ວຂາຍແພງເກີນໄປຜືນ 8 ແສນກີບ ຈາກປົກກະຕິ 35ພັນກີບ
ໃນວັນທີ່ 1
ມັງກອນ 2018 ບີບີີຊີລາຍງານກະແສວິພາກວິຈານແຟຊັ່ນແນຣນຊາຣ່າ-Zara ອອກຄໍເລັກຊັ່ນ ທີ່ຄ້າຍຄືກັບຜ້າສະໂລ່ງຂອງຊາວອາຊີ
ແຕ່ວາງຂາຍໃນລາຄາທີ່ສູງ 69 ປອນຫຼືປະມານ 800.000 ກີບ ຈາກລາຄາປົກກະຕິໃນທ້ອງຕະຫຼາດຂອງພະມ້າຂາຍຜືນ
35.000 ກີບ
ຊາຣ່າໂຄສະນາວ່າ
ເຊັກ ມິນິ ສະເກີຣ໌ຕ ເປັນກະໂປ່ງຜັນໄວ້ດ່ໍ້ານໜ້າ ມີຊິບຮູດດ້ານຫຼັງຊ່ອນໄວ້ ເຮັດຈາກເສັ້ນໃຍສັງເຄາະໂພລີເອສເທີຣ໌
ແລະວິສຄອໍສເຣຍອງ ຕ້ອງຊັກແຫ້ງເທົ່ານັ້ນ
ຂະນະທີ່ຜູ້ຄົນໃນໂລກໂຊຊ່ຽວຂຽນວິຈ່ໍານວ່າ
“ນີ້ແມ່ນຜ້າສະໂລ່ງ
ຈົ່ງບອກທີ່ມາວັດທະນະໃຫ້ເໝາະສົມດ້ວຍ” ແລະມີຫຼາຍຄວາມຄິດເຫັນທີ່ແປກໃຈວ່າເປັນຫຍັງຊາຣ່າຈື່ງເປັນຫັຍງື່ງຂາຍແຄຕຕາລັອກ
ແລະຂໍ້ຄວາມທີ່ເຢາະເຢີ້ນທີ່ແບຣນແຟຊັ່ນນີ້ເອົາຜ້າສະໂລ່ງຂອງລຸ່ນພໍ່ມາເຮັດເປັນແຟຊັ່ນຜູ້ຍິງແລ້ວອັບລາຄາແພງເກີນໄປ
ສໍາຫຼັບຄວາມຄິດເຫັນຈິງຈັງ
ເນັ້ນໄປທີ່ປະເດັນໂລກຕະເວັນຕົກເອົາປຽບຊາວອາຊີຜູ້ທຸກຍາກ
ນອກຈາກຜະລິດເສື້ອຜ້າລາຄາືກແລ້ວ ຍັງຮຽນແບບດີໄຊນ໌ແລະແຟຊັ່ນທ້ອງຖິ່ນມາໃຊ້ປະໂຫຍດດ້ວຍ



Post a Comment