ສະຫະລັດ ກ່າວຫາ ລັດຖະບານຊີເຣຍ ກຽມຜະລິດອາວຸດຊະນິດໃໝ່
ໃນວັນທີ່ 2 ມັງກອນ
2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານວໍຊີງຕັນ ພາຍໃຕ້ຜູ້ນໍາຂອງປະທານາທິບໍດີ
ໂດນັລ ທຣໍ້າ ໄດ້ກ່າວຫາວ່າລັດຖະບານ ຊີເຣຍ ຂອງປະທານາທິບໍດີບາຊາ ອັລ-ອັສຊາດ
ມີການຊຸກເຊື່ອງອາວຸດເຄມີໄວ້ໃນສະຖານທີ່ແຫ່ງໃດແຫ່ງໜື່ງໃນປະເທດ
ເຖິງວ່າຜູ້ນໍາຊີເຣຍຈະປະຕິບັດຕາມຂໍ້ຕົກລົງຮ່ວມກັບສະຫະລັດແລະຣັດເຊຍຢ່າງເຄັ່ງຄັດ
ເຊິ່ງກໍຄືການສົ່ງມອບອາວຸດເຄມີທັງໝົດໃຫ້ແກ່ອົງການເພື່ອການຫ້າມໃຊ້ອາວຸດເຄມີ (OPCW) ໃນປີ 2014 ແຕ່ມີຄວາມເປັນໄປໄດ້ທີ່ລັດຖະບານຊີເຣຍຈະມີການລະເມີດ
ນອກຈາກນີ້ທາງສະຫະລັດ
ຍັງເຊື່ອວ່າ ທາງການຊີເຣຍຈະນໍາອາວຸດເຄມີທີ່ຊຸກເຊື່ອງໄວ້
ມາເປັນສານຕັ້ງຕົ້ນໃນການພັດທະນາອາວຸດເຄມີຊະນິດໃໝ່ແລະຈະມີການການນໍາອອກມາໃຊ້ການຢ່າງຕໍ່ເນື່ອງ
ເຊັ່ນ ການໂຈມຕີພົນລະເມືອງໃນເມືອງຂ່ານ ເຊຄຸນທີ່ຢູ່ທາງພາກຕະເວັນຕົກ ໃນເດືອນເມສາປີທີ່ຜ່ານມາ
ເຮັດໃຫ້ຜູ້ເສຍຊີວິດປະມານ 100 ຄົນ ແລະກໍລະນີທີ່ ຜູ້ນໍາສະຫະລັດສັ່ງການໃຫ້ເຮືອພິຄາດສະຫະລັດລະດົມຍິງຂີປນວຸດຍຸດໂທຖານທັບອາກາດຂອງຊີເຣຍ
ເຊິ່ງເຊື່ອວ່າຈະເປັນສາງເກັບສະສົມອາວຸດເຄມີ
ສະຫະລັດຈະມີມາດຕະການຂວໍ້າບາດຕໍ່ໜ່ວຍງານຂອງລັດຖະບານ
ຊີເຣຍ ທີ່ກ່ຽວຂ້ອງກັບການພັດທະນານິວເຄຣຍແລະໃຊ້ອາວຸດເຄມີກ ຫຼັງຈາກທີ່ສະຫະລັດອ້າງວ່າລັດຖະບານຊີເຣຍໃຊ້ກ໊າຊຄໍລຣິນໂຈມຕີປະຊາຊົນໃນເຂດດູມາ
ເຊິ່ງເປັນພື້ນທີ່ຢຶດຄອງຂອງຝ່າຍກະບົດ ເຮັດໃຫ້ມີຜູ້ເສຍຊີວິດປະມານ 13 ຄົນ
ໃນອາທິດທີ່ຜ່ານມາ
ປະທານາທິບໍດີບາຊາ ອັລ-ອັສຊາດ




Post a Comment