ສານຈີນ ຕັດສິນປະຫານຊີວິດຄົນຮ້າຍ ຄະດີລັກເດັກນ້ອຍໄປຂາຍ ລາຄາຄົນລະ95.000.000-127.000.000ກີບ


ໃນວັນທີ່ 3 ມັງກອນ 2018 ສື່ໃນປະເທດຈີນລາຍງານວ່າ ສານຂັ້ນຕົ້ນໃນເມືອງເໝົາໝິງ ມົນທົນກວາງຕຸ້ງ ທາງພາກຕະເວັນອອກສຽງໃຕ້ຂອງຈີນ ໄດ້ພິພາກສາຄະດີ ທ້າວ ຈາງແລະພັກພວກ ໂທດຖານລັກເອົາເດັກນ້ອຍແລະຄ້າມະນຸດ ໂດຍທາງ ຈາງ ຖືກຕັດສິນໃຫ້ປະຫານຊີວິດ ທັງທີ່ໃຫ້ລໍຖ້າລົງອາຍາ 2 ປີ ເພາະສານເຫັນວ່າຈໍາເລີຍບໍ່ໄດ້ກໍ່ອາດສະຍາກໍາທີ່ເຮັດໃຫ້ເຫຍື່ອແກ່ຄວາມຕາຍຫຼືບາດເຈັບ


ສ່ວນຜູ້ຍິງອີກຄົນໜື່ງໃນແກ໊ງ ຖືກຕັດສິນໃຫ້ຈໍາຄຸກຕະຫຼອກຊີວິດ ໂທດຖານຕິດຕໍ່ຊື້-ຂາຍເດັກນ້ອຍແລະເປັນຜູ້ເກັບເງິນເຂົ້າແກ໊ງດ້ວຍກໍາໄລມະຫາສານ ສ່ວນສະມາຊິກອີກ 25 ຄົນຖືກຕັດສິນຈໍາຄຸກ 3 ເດືອນຫາຕະຫຼອດຊີວິດແລະປັບໃໝເງິນຈໍານວນ 630.000-263.000.000 ກີບ

ທ້າວຈາງແລະພັກພວກ ເລີ່ມທຸລະກິດຄ້າມະນຸດໃນປີ 2014 ໂດຍໄດ້ລັກເອົາເດັກນ້ອຍຈໍານວນຫຼາຍໃນມົນທົນຢູນນານ ໄປຂາຍຕໍ່ໃນມົນທົນກວາງຕຸ້ງ ລາຄາຄົນລະ95.000.000-127.000.000ກີບ 

ไม่มีความคิดเห็น