ສະຫະລັດ ສົ່ງຜູ້ແທນພິເສດໄປຂາຍອາວຸດແລະອຸປະກອນທາງທະຫານໃນງານ “ສິງກະໂປ ແອຣ໌ ໂຊ”
ໃນວັນທີ່ 4 ມັງກອນ ສໍານັກຂ່າວຕ່າງປະເທດລາຍງານວ່າ
ກະຊວງການຕ່າງປະເທດຂອງສະຫະລັດອອກຖະແຫຼງການໃນອາທິດທີ່ຜ່ານມາ ເລື່ອງການສົ່ງນາງ ໄຄດານາວ
ຮັກສາການຜູ້ຊ່ວຍລັດຖະມົນຕີ ຕ່າງປະເທດດ້ານກິດຈະການການເມືອງແລະການທະຫານ ຢ້ຽມຢາມສິງກະໂປໃນອາທິດນີ້
ເພື່ອ ປະຊາສໍາພັນ ສິນຄ້າແລະອຸປະກອນທາງທະຫານຂອງສະຫະລັດ
ໃນງານສິງກະໂປ ແອຣ໌ ໂຊ ເຊິ່ງເປັນງານສະແດງທີ່ຍິ່ງໃຫຍ່ທີ່ສຸດໃນພູມິພາກອາຊີແລະປາຊີຟິກ
ທີ່ຈັດຂື້ນທຸກ 2 ປີ ໃນຊ່ວງວັນທີ່ 6-11 ກຸມພານີ້
ນາງ ໄຄດານາວ
ໂດຍລັດຖະບານວໍຊີງຕັນ
ໝາຍໝັ້ນ ເມື່ອການເພື່ອຍອດການສັ່ງຊື້ໃຫ້ກັບສິນຄ້າທີ່ຜະລິດໂດຍບໍລິສັດ ທລັອກຮີດ ມາຕິນ
ເປັນຕົ້ນແມ່ນ ເຮືອບິນຂັບໄລ່ເອຟ-35 ແລະຂີປະນາວຸດອີກຫຼາຍລຸນທີຜະລິດໄດຍບໍລິສັດ
ເຣຍ໌ທຽນ ຕາມນະໂຍບາຍ ຂອງປະທານາທິບໍດີໂດນັລ ທຣໍ້າ
ຂະນະທີ່ແຫຼ່ງຂ່າວໃນກະຊວງການຕ່າງປະເທດສະຫະລັດເຜີຍວ່າ ນັບຈາກນີ້ສະຖານເອກອັກຄະຣາດສະທູດແລະສະຖານກົງສຸນຂອງສະຫະລັດທົ່ວໂລກ
ຈະມີບົດບາດເພີ່ມຂື້ນຫຼາຍ ໃນຖານະຜູ້ເຈລະຈາທຸລະກິດ ຂອງລັດຖະບານວໍຊີງຕັນ
ກັບລັດຖະບານປະເທດທີ່ຕົນເອງປະຈໍາການຢູ່ ແລະແນ່ນອນສິງກະໂປຖືເປັນສະໜາມທົດສອບແຫ່ງທໍາອິດ


Post a Comment