ຕໍາຫຼວດມຽນມາ ຈັບຜູ້ຕ້ອງສົງໄສໂຍນລະເບີດໃສ່ເຮືອນນາງ ອອງ ຊານ ຊູຈີ ໄດ້ແລ້ວ
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ
ປະເທດມຽນມາ ໃນວັນທີ່ 3 ມັງກອນວ່າ ສໍານັກງານຕໍາຫຼວດເມືອງຢາງກຸ້ງຖະແຫຼງການໃນວັນສຸກທີ່ຜ່ານມາ
ເລືອງການຈັບກຸມ ທ້າວ ວິນ ນານ ອານຍຸ 48 ປີ ຕ້ອງສົງໄສໂຍນລະເບີດໃສ່ເຮືອນພັກຂອງນາງ ອອງ
ຊານ ຊູຈີ ເຊິ່ງຕັ້ງຢູແຄມບຶງໃນເມືອງຢາງກຸ້ງ ໃນວັນພະຫັດທີ່ຜ່ານມາ
ທ້າວ ວິນ ນາຍ ປະກອບອາຊີບເປັນພະນັກງານຮັກສາຄວາມປອດໄພຂອງບໍລິສັດແຫ່ງໜື່ງ
ໃຫ້ການສາລະພາບວ່າລົງມືພຽງຜູ້ດຽວ ແລະເມືອຖາມເຖິງແຮງຈຸງໃຈ ທ້າວ ວິນ ນາຍ ຕອບວ່າ
ລາວຖືກສາບໃຫ້ເຮັດແບບນີ້ ຈື່ງຕັ້ງຂໍ້າສົມມຸກຖານວ່າ ອາດມີປະເດັນສຸຂະພາບຈິດເຂົ້າມາກ່ຽວຂ້ອງ
ແຕ່ເຈົ້າໜ້າທີ່ຢືນຢັນຈະດໍາເນີນຄະດີກັບທ້າວ ວິນ ນາຍ ບໍວ່າແນວໃດກໍຕາມ
ສ່ວນ ນາງ ອອງ ຊານ
ຊູຈີ ຍັງບໍ່ອອກມາສະແດງທ່າທີ່ຕໍ່ເຫດການດັ່ງກ່າວ ເຊິງຍັງເປັນມື້ເຮັດວຽກຂອງລາວ
ເຊິ່ງຈະອາໄສຢູເຮືອນໃນກຸງເນປິດໍວ໌




Post a Comment