ສະຫະລັດທົດສອບ ການຍິງສະກັດທຳລາຍຂີປະນາວຸດລົ້ມເຫຼວ


ສຳນັກຂ່າວເອພີລາຍງານວ່າ ໃນການທົດສອບການຍິງສະກັດຂີປະນາວຸດ ວັນທີ່ 31 ມັງກອນ 2018 ຂອງກອງທັບສະຫະລັດປະສົບກັບຄວາມລົ້ມເຫຼວ ກາງຄວາມກັງວົນຕໍ່ໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄຼຍຂອງເກົາຫຼີເໜືອໃນຊ່ວງຜ່ານມາ.

ເຈົ້າໜ້າທີ່ສະຫະລັດລະບຸວ່າ ຂີປະນາວຸດ SM-3 ບລອກ 2 A ມິສຊາຍ ໄດ້ຖືກຍິງຂື້ນທີ່ຖານປະຕິບັດການທົດລອງປ້ອງກັນມິສຊາຍ ທີ່ເກາະຮາວາຍ ແຕ່ວ່າພາດເປົ້າໃນການຍິງສະກັດຂີປະນາວຸດທີ່ຖືກປ່ອຍຈາກເຄື່ອງບິນຮົບ ແຕ່ຍັງບໍ່ແນ່ໃຈວ່າສາເຫດການຜິດພາດເກີດຈາກຫຍັງໂດຍຢູ່ລະຫວ່າງການວິເຄາະຂໍ້ມູນ.


ไม่มีความคิดเห็น