ປະທານປະເທດເນັ້ນໜັກ ການສໍ້ລາດບັງຫຼວງອາດເຮັດໃຫ້ການເງີນລັດລົ້ມລະລາຍ
ວັນທີ່ 2 ກຸມພາ 2018 ເພກ Support Prime Minister Thongloun Sisoulith ໄດ້ໂພສລົງວ່າ: ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ເລຂາທິການໃຫຍ່ພັກລັດ ປະຈໍາພັກລັດປະຊາຊົນລາວ ໄດ້ໃຫ້ການຍອມຮັບວ່າການນຳໃຊ້ອຳນາດຢ່າງບໍ່ຖືກ ຕ້ອງຕາມລະບຽບກົດໝາຍຂອງບັນດາພະນັກງານພັກ ແລະ ລັດທີ່ເພີ້ມຂື້ນເລື້ອຍໆນັ້ນ ໄດ້ກໍ່ໃຫ້ເກີດບັນຫາຫຍໍ້ທໍ້ພາຍໃນພັກ ແລະລັດ ລັດຖະບານເພີ່ມຂື້ນນັບມື້ ໂດຍສະເພາະແມ່ນການນຳໃຊ້ງົບປະມານຂອງລັດຖະບານໄປເພື່ອຜົນປະໂຫຍດສ່ວນໂຕນັ້ນ ຍັງຈະເຮັດໃຫ້ເກີດບັນຫາລົ້ມລະລາຍ ແລະ ສ້າງຄວາມຫາຍະນະທາງດ້ານການເງິນຂອງລັດຖະບານໃນໄລຍະຍາວອີກດ້ວຍ ດັ່ງທີ່ທ່ານໄດ້ເນັ້ນຢໍ້າໃນກອງປະຊຸມຄະນະຈັດຕັ້ງສູນກາງພັກລັດເມື່ອບໍ່ດົນມານີ້ວ່າ:
“ໂດຍສະເພາະແມ່ນມີການລະເມີດວິໄນແຜນການເງິນຢ່າງກວ້າງຂວາງ ເຊັ່ນການຕົກລົງໂຄງການລົງທຶນຂອງລັດ ບໍ່ຄຳນຶ່ງເຖິງຄວາມສາມາດຊໍາລະສະສາງ ຂອງງົບປະມານ ການລົງທຶນໃສ່ໂຄງການໂຄງຮ່າງຢ່າງກວ້າງຂວາງໃຫຍ່ໂຕ ແຕ່ບໍ່ຕິດພັນກັບການດຳເນີນໂຄງການລົງທືນທີ່ຈະສ້າງແຫຼ່ງລາຍຮັບແກ່ງົບປະມານ ປະປ່ອຍໃຫ້ມີການລົງທຶນຂອງລັດ ມີມູນຄ່າສູງເກີນຄວາມຈິງຫລາຍເທົ່າ ບວກກັບການລົງທຶນນອກແຜນ ໄດ້ສ້າງຄວາມຫາຍະນະຕໍ່ລະບົບການເງິນ ງົບປະມານຂອງລັດ.”
ກ່ອນໜ້ານີ້ ຄະນະກວດກາສູນກາງພັກ ໄດ້ລາຍງານວ່າໃນໄລຍະ 5 ປີທີ່ຜ່ານມາ ຄະນະກວດກາສູນກາງພັກ ໄດ້ຮັບຈົດໝາຍຮ້ອງຮຽນຈາກປະຊາຊົນລາວຈຳນວນ 3,640 ສະບັບ ທີ່ຮຽກຮ້ອງຂໍໃຫ້ດຳເນີນມາດຕະການກວດກາການໃຊ້ອຳນາດ ແລະ ບໍ່ປະຕິບັດໜ້າທີ່ຂອງບັນດາສະມາຊິກພັກລັດ ທີ່ຖືກສົງໄສວ່າໄດ້ປະຕິບັດໜ້າທີ່ ແລະ ໃຊ້ອຳນາດໂດຍທຸດຈະລິດເພື່ອຜົນປະໂຫຍດສ່ວນໂຕ ຊຶ່ງໄດ້ກໍ່ໃຫ້ເກີດຜົນເສຍຫາຍຕໍ່ປະເທດຊາດຢ່າງຫຼວງຫລາຍ.ທັ້ງນີ້ໂດຍຈາກການກວດກາໃນຈຳນວນ 734 ກໍລະນີເປົ້າໝາຍຕາມການຮຽກ ຮ້ອງດັ່ງກ່າວກໍພົບວ່າ ການທຸດຈະລິດໄດ້ສ້າງຄວາມເສຍຫາຍຄິດເປັນມູນຄ່າເຖິງ 4,145.86 ຕື້ກີບ ພ້ອມດ້ວຍການເສຍຫາຍໃນສ່ວນຂອງເງິນຕາຕ່າງປະເທດ 70.77 ລ້ານໂດລາສະຫະລັດ ກັບ 381.68 ລ້ານບາດ ແລະ 539,518 ຢວນ ທັງຍັງມີການລັກລອບຂາຍໄມ້ຂອງລັດຖະບານ ໂດຍຜິດກົດໝາຍຫລາຍກວ່າ 4 ລ້ານເມຕຣິກກ້ອນ ອີກດ້ວຍ.
ຂອບໃຈທີ່ມາ: Support Prime Minister Thongloun Sisoulith

Post a Comment