ຊາອຸ ກຽມເປີດໃຫ້ບໍການໂຮງແຮມອີກຄັ້ງ ຫຼັງຖືກດັດແປງໃຫ້ເປັນຄຸກຫ້າດາວ ທີ່ໃຊ້ຂັງບັນດາເຈົ້າຊາຍຄະດີຄໍຣັບຊັ່ນ


ໃນວັນທີ່ 5 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ທາງການຂອງຊາອຸດິອາຣະເບຍ ໄດ້ປະກາດໃຫ້ໂຮງແຮມຣິທຊ໌-ຄາຣ໌ລຕັນ ໂຮງແຮມສຸດຫຼູເຄືອບຄໍາ ເຊິ່ງຕັ້ງຢູ່ໃນກຸງຣິຍາດ ສາມາດເປີດໃຫ້ບໍລິການລູກຄ້າອີກຄັ້ງໃນວັນທີ່ 11 ກຸມພາ 2018 ຫຼັງຈາກທີ່ທາງການໄດ້ປ່ຽນສະພາບຈາກໂຮງແຮມ ມາເປັນຄຸກລະດັບຫ້າດາວໄວ້ກັງຂັງບັນດາເຈົ້າຊາຍ ລັດຖະມົນຕີແລະນັກທຸລະກິດ ຫຼັງຈາກຖືກກ່າວຫາຄະດີຄໍຣັບຊັ່ນກວ່າ 350 ຄົນ

ຊີກ ຊາອຸດ ອັລ-ໂມເຈບ ໄອຍາການສູງສຸດຊາອຸດິອາຣະເບຍ ເຜີຍວ່າເປັນເວລາ 3 ເດືອນແລ້ວ ນັບແຕ່ມີການປະຕິບັດການກວດລ້າງທຸດຈລິດ ໂດຍເຈົ້າຊາຍ ໂມຮໍາເໝັດ ບິນ ຊັລມານ ໄດ້ເລີ່ມເປີດສາກໃນວັນທີ່ 4 ພະຈິກ 2017 ເຊິ່ງຕອນນີ້ທາງການສາມາດເຮັດຂໍ້ຕົກລົງກັບກຸ່ມຜູ້ຕ້ອງສົງໄສ ຄືຕ້ອງມີການຄືນເງິນທີ່ທຸດຈະລິດເຂົ້າການເງິນຂອງລັດ ເພື່ອເເລກກັບອິດສະຫຼະພາບ ເຊິ່ງປັດຈຸບັນທາງການໄດ້ຮັບເງິນຄືນປະມານ 107.000 ລ້ານໂດລ່າສະຫະລັດ ເຊີ່ງມີທັງເງິນສົດແລະຊັບສິນໃນຮູບແບບຕ່າງໆ ໂດຍຈະນໍາມາພັດທະນາປະເທດຊາດຕໍ່ໄປ


ຜູ້ຕ້ອງສົງໃສທີ່ເຄີຍຖືກຂັງໃນຄຸກແຫ່ງນີ້ ໄດ້ຮັບຄວາມສະດວດສະບາຍທຸກສິ່ງທຸກຢ່າງຄືກັບມາໃຊ້ບໍລິການໂຮງແຮມຕາມປົກກະຕິ ສາມາດໃຊ້ບໍິການສະລອຍນໍ້າ ຮ້ານອາຫານ ຫ້ອງຟິດເນັດ ຫ້ອງໂຍນໂບລີ່່ງໄດ້ພຽງແຕ່ຂາດອິດສະຫຼະພາບແລະແຕ່ລະຄົນຕ້ອງຢູ່ແຕ່ໃນຫ້ອງຂອງຕົວເອງເທົ່ານັ້ນ




ไม่มีความคิดเห็น