ເກືອບຕາຍ!! ສາວແພດຈອດຕິດໄຟແດງ ຖືກເກງຕຳປີ້ນກັບທີ່ (ມີຄລິບ)


ວັນທີ່ 5 ກຸມພາ 2018 ເກີດເຫດລົດໃຫຍ່ຕຳກົ້ນລົດຈັກທີ່ຈັງຫວັດໜອງບົວລຳພູ ປະເທດໄທ ເມື່ອລົດເກງສີຂາວທີ່ແລ່ນມາດ້ວຍຄວາມໄວສູງເບກບໍ່ຢູ່ ໄດ້ຕຳເອົາທ້າຍລົດຈັກສາວແພດຄົນໜຶ່ງທີ່ຈອດຕິດໄຟແດງຢູ່ຢ່າງແຮງຈົນເຮັດໃຫ້ປີ້ນຟົ້ງໄປໄກ ແລະ ໄດ້ຮັບບາດເຈັບໜັກສົມຄວນແລ້ວຖືກນຳໂຕສົ່ງໂຮງໝໍ ອາການລ່າສຸດແມ່ນປອດໄພ ແລະ ສາມາດສື່ສານໄດ້ແລ້ວ. ໃນຂະນະເກີດເຫດກ້ອງທີ່ຕິດໃສ່ໝວກກັນນັອກຂອງຜູ້ຂັບຂີ່ຄົນໜຶ່ງສາມາດບັນທຶກພາບໄວ້ໄດ້ຢ່າງຊັດເຈນ.

ไม่มีความคิดเห็น