ເກົາຫຼີເໜືອຢຳ້ບໍ່ຂໍເຈລະຈາກັບສະຫະລັດ ຮອງປະທານາທິບໍດີສະຫະລັດບອກພ້ອມຂວຳ້ບາດເພີ່ມ
ວັນທີ່ 7 ກຸມພາ 2018 ສຳນັກຂ່າວກາງຂອງເກົາຫຼີເໜືອລາຍງານວ່າ ເກົາຫຼີເໜືອບໍ່ມີຄວາມຕັ້ງໃຈທີ່ຈະພົບປະກັບສະຫະລັດລະຫວ່າງການເຂົ້າຮ່ວມກິລາໂອແລັມປິກລະດູໜາວທີ່ເກົາຫຼີໃຕ້. “ເກົາຫຼີເໜືອບໍ່ເຄີຍອ້ອນວອນຂໍໃຫ້ມີການຫາລືກັບສະຫະລັດ ແລະ ຈະຍັງເປັນແບບນັ້ນຕໍ່ໄປ” ອະທິບໍດີກົມອາເມລິກາເໜືອ ກະຊວງການຕ່າງປະເທດເກົາຫຼີເໜືອກ່າວ. ຄຳປະຕິເສດດັ່ງກ່າວມີຂື້ນຫຼັງຈາກທີ່ ຄິມ ຈອງ ອືນ ສົ່ງນ້ອງສາວໄປຮ່ວມງານກິລາໂອແລັມປິກລະດູໜາວທີ່ເກົາຫຼີໃຕ້ເຊີ່ງມີການຄາດວ່າຈະມີການພັດທະນາໃນດ້ານບວກລະຫວ່າງສະຫະລັດ ແລະ ເກົາຫຼີເໜືອ. ດ້ານຮອງປະທານາທິບໍດີສະຫະລັດກ່າວໃນການເດີນທາງໄປຍີ່ປຸ່ນວ່າ ສະຫະລັດກຳລັງຈະປະກາດການຂວຳ້ບາດເກົາຫຼີເໜືອຮອບໃໝ່ໃນໄວໆນີ້.

Post a Comment