ສາຖານີອາວະກາດ ທຽນກົງ-1 ຈະຕົກລົງພື້ນໂລກພ້ອມສານເຄມີອັນຕະລາຍ
ເດລີ່ເມວລາຍງານວ່າ ທົ່ວໂລກກຳລັງຈັບຕາເບີ່ງສາຖະນີອາວະກາດ ທຽນກົງ-1 ຂອງຈີນທີ່ສູນເສຍການຄວບຄຸມແຕ່ປີ 2016 ແລະ ຄາດວ່າສາຖະນີອາວະກາດ ທຽນກົງ-1 ເຊີ່ງໜັກກວ່າ 8.5 ໂຕ່ນ ແລະ ມີສານເຄມີອັນຕະລາຍເປັນພິດສູງຢູ່ນຳຈະຕົກລົງສູ່ພື້ນໂລກໃນຊ່ວງປະມານວັນທີ່ 24 ມີນາ ເຖີງ 19 ເມສາ ນີ້ ໂດຍຄາດວ່າພື້ນທີ່ ທີ່ຈະຕົກແມ່ນບໍລິເວນ ສະຫະລັດ ເອີລົບ ນິວຊີແລນ ອອສເຕເລຍ. ຈຸດສີແດງຕາມພາບແມ່ນຈຸດທີ່ຄາດວ່າມັນຈະຕົກລົງ (ເພາະສູນເສຍການຄວບຄຸມຈຶ່ງບໍ່ສາມາດຄຳນວນໄດ້ແນ່ນອນວ່າຈະຕົກບ່ອນໃດແທ້).

Post a Comment