ເປີດສາກສົງຄາມການຄ້າ!! ຈີນບອກພ້ອມຕອບໂຕ້ ທຣັມ ຢ່າງສົມນຳ້ສົມເນື້ອ


ວັນທີ່ 8 ມີນາ 2018 ທາງການຈີນປະກາດຄວາມພ້ອມຕໍ່ມາດຕະການຕອບໂຕ້ຕໍ່ສະຫະລັດ ພາຍຫຼັງປະທານາທິບໍດີ ໂດໂນລ ທຣັມ ກຽມຈູດສະນວນສົງຄາມການຄ້າກັບປະຊາຄົມໂລກດ້ວຍການຊຸກຍູ້ການຕັ້ງກຳແພງພາສີ ເຫຼັກ ແລະ ອາລູມີນຽມ ເຊີ່ງຈີນຖືເປັນຜູ້ສົ່ງອອກລາຍໃຫຍ່ອັນດັບທີ່ 11 ໃຫ້ສະຫະລັດ ເຮັດໃຫ້ສະຫະລັດໄດ້ຮັບສຽງປະນາມ ແລະ ຂູ່ຕອບໂຕ້ຈາກນານາຊາດເຊັ່ນ ແຄນນາດາ ສະຫະພາບເອີລົບ (ອີຢູ). ດ້ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວເຕືອນສະຫະລັດວ່າ “ການເລືອກເຮັດສົງຄາມການຄ້າເປັນເລື່ອງຜິດພາດທີ່ສຸດ ເພາະສຸດທ້າຍແລ້ວເປັນການທຳລາຍຜູ້ອື່ນ ແລະ ໂຕເອງນຳ ເຊີ່ງທາງການຈີນຈະດຳເນີນມາດຕະການຕອບໂຕ້ຢ່າງສົມນຳ້ສົມເນື້ອຕໍ່ສະຫະລັດຢ່າງແນ່ນອນ”.

ไม่มีความคิดเห็น