ສະຫຼົດ!! ເຮືອບິນລຳລຽງລັດເຊຍຕົກໃນຖານທັບຊີເລຍ ຕາຍຍົກລຳ 39 ຄົນ
ສຳນັກຂ່າວຕ່າງປະເທດລາຍງານວັນທີ່ 6 ມີນາ 2018 ວ່າເຮືອບິນລຳລຽງລັດເຊຍ An-26 ຕົກຂະນະກຳລັງລົງຈອດທີ່ຖານທັບຊີເລຍເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 39 ຄົນ. ຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍ ເຮືອບິນລຳນີ້ຕົກເວລາປະມານ 15:00 ຕາມເວລາກຸງມອສໂຄ ຂະນະທີ່ເຮືອບິນຢູ່ສູງຈາກພື້ນພຽງ 500 ແມັດ ເຊີ່ງທາງການລັດເຊຍຢືນຢັນວ່າບໍ່ໄດ້ຖືກຍິງແຕ່ສາເຫດອາດມາຈາກຄວາມຂັດຂ້ອງທາງເທັກນິກ.
ທັງນີ້ ກອງທັບອາກາດລັດເຊຍກຳລັງຊ່ວຍເຫຼືອກອງທັບລັດຖະບານຊີເລຍຕໍ່ສູ້ກັບກຸ່ມກະບົດຕໍ່ຕ້ານລັດຖະບານ.




Post a Comment