ໂຫດຮ້າຍ!! ໜຸ່ມຊີເລຍແທງເມຍຕາຍ ແຖມຖ່າຍທອດສົດລົງເຟດບຸກເຕືອນຜູ້ຍິງຢ່າຢົ່ວໂມໂຫຜົວ


ສຳນັກຂ່າວຕ່າງປະເທດລາຍງານວັນທີ່ 2 ມີນາ 2018 ວ່າມີຊາຍໜຸ່ມຊາວຊີເລຍຄົນໜຶ່ງ ອາຍຸ 41 ປີ ກໍ່ເຫດໃຊ້ມີດແທງເມຍ ອາຍຸ 37 ປີ ເຖີງ 5 ຄັ້ງຈົນເສຍຊີວິດຄາບ້ານ ໃນເມືອງມູແລັກເຄີ ທາງຕາເວັນຕົກສຽງໃຕ້ຂອງປະເທດເຢຍລະມັນ ກ່ອນພາລູກຊາຍອາຍຸ 12 ປີຫຼົບໜີໄປນຳ ພ້ອມທັງຖ່າຍທອດສົດຜ່ານເຟດບຸກໂດຍອ້າງວ່າ ລາວຂ້າເມຍທີ່ແຍກກັນຢູ່ຍ້ອນເມຍໄລ່ລາວອອກຈາກເຮືອນໃນຕອນທີ່ລາວໄປຫາເພື່ອລົມບັນຫາທີ່ຜິດກັນຢູ່ ແຖມຍັງບອກກັບບັນດາເມຍຜ່ານການຖ່າຍທອດສົດວ່ານີ້ຄືຜົນຂອງການຢົ່ວໂມໂຫຜົວ ແລະ ຝາກໃຫ້ຊາວເຟດບຸກແຊລ ຄລິບໃຫ້ອີກ. ແຕ່ຕຳຫຼວດກໍ່ອອກປະຕິບັດການຢ່າງໄວວາແລ້ວສາມາດຈັບໂຕໄດ້ພາຍຫຼັງຫຼົບໜີໄດ້ບໍ່ດົນ.

ไม่มีความคิดเห็น