ເຈລະຈາເມສານີ້ ເກົາຫຼີເໜືອອາດຍອມລະງັບນິວເຄຼຍ ແຕ່ ຄິມ ຈອງ ອືນ ຕ້ອງປອດໄພດ້ວຍ
ວັນທີ່ 6 ມີນາ 2018 ເອເອຟພີລາຍງານວ່າ ທາງການເກົາຫຼີເໜືອ ແລະ ເກົາຫຼີໃຕ້ຈະຈັດກອງປະຊຸມລະດັບຜູ້ນຳທີ່ເຂດປອດທະຫານໃນເດືອນ ເມສາ ນີ້ເຊີ່ງຖືເປັນການປະຊຸມຄັ້ງສຳຄັນໃນປະຫວັດສາດຂອງ 2 ຊາດ ພາຍຫຼັງຄະນະຜູ້ແທນຂອງເກົາຫຼີໃຕ້ເດີນທາງໄປຫາລືກັບ ຄິມ ຈອງ ອືນ ຜູ້ນຳສູງສຸດຂອງເກົາຫຼີເໜືອຢ່າງເປັນທາງການຄັ້ງທຳອິດໃນຮອບ 10 ປີ. ດ້ານທາງການຂອງເກົາຫຼີເໜືອລະບຸວ່າຍິນດີລົ້ມເລີກໂຄງການພັດທະນາ ແລະ ຄອບຄອງອາວຸດນິວເຄຼຍຫາກຄວາມໝັ້ນຄົງຂອງຊາດ ຄວາມປອດໄພຂອງ ຄິມ ຈອງ ອືນ ໄດ້ຮັບການຮັບຮອງ ແລະ ບໍ່ມີໄພຄຸກຄາມທາງທະຫານຈາກສະຫະລັດ ເພາະເກົາຫຼີເໜືອຖືວ່າຊາດມີຄວາມສ່ຽງຕໍ່ການຖືກສະຫະລັດໂຈມຕີທາງການທະຫານ.

Post a Comment