ເກີດເຫດຄຳ 9.3 ໂຕ່ນຕົກລົງຈາກຍົນ ທີ່ປະເທດລັດເຊຍ


ວັນທີ່ 15​ ມີນາ 2018 ເວັບໄຊສຂ່າວສົດລາຍງານວ່າ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ນິມບັສ ທີ່ບັນທຸກຄຳມາກວ່າ 9.3 ໂຕ່ນ ຕ້ອງລົງຈອດແບບສຸກເສີນເພາະປະຕູຂອງເຮືອບີນເກີດຫຼຸດອອກຈົນເຮັດໃຫ້ ຄຳດິບ (ຄຳທີ່ຍັງບໍ່ໄດ້ສະກັດ) ທີ່ບັນທຸກມາຕົກລົງຈາກຍົນໄປບາງສ່ວນ ເຊີ່ງເປັນໄລຍະທາງຍາວກວ່າ 12 ກິໂລແມັດທີ່ຄຳຕົກເຮ່ຍໄປກ່ອນທີ່ນັກບິນຈະສາມາດເອົາຍົນລົງຈອດໄດ້ ໂຊກດີຄຳທັງໝົດສາມາດນຳເກັບຄືນໄດ້ໝົດແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້.





ไม่มีความคิดเห็น