ສະເທືອນໃຈ! ເດັກຊາຍຖືກລົດເຮັດນາໄຫຼທັບຕາຍໃນວັນເກີດ ຂະນະແມ່ກຽມຈັດງານສະຫຼອງໃຫ້


ວັນທີ່ 13 ມີນາ 2018 ເວັບໄຊສຂ່າວສົດ ລາຍງານເຫດສຸດເສົ້າເມື່ອເດັກຊາຍອາຍຸ 9 ປີ ຄົນໜຶ່ງກຳລັງແລ່ນຫຼີ້ນຢູ່ຫຼັງພໍ່ທີ່ຂັບລົດເຮັດນາມາແຕ່ພໍຮອດປະຕູຮົ້ວພໍ່ກໍ່ລົງຈາກລົດເພື່ອໄລ່ງົວທີ່ຂວາງປະຕູອອກ ແລະ ຈະໄຂ່ປະຕູແຕ່ເວລານັ້ນລົດກໍ່ໄຫຼກັບຫຼັງໄປທາງເດັກຊາຍ ເຊີ່ງລາວພະຍາຍາມແລ່ນໜີແລ້ວແຕ່ເກີດລົ້ມລົງກ່ອນເຮັດໃຫ້ລົດໄຫຼທັບໄປເຕັມໆ ດ້ານພໍ່ຮີບນຳໂຕລູກແລ່ນມາແຄມທາງເພື່ອຂໍຄວາມຊ່ວຍເຫຼືອຍ້ອນບໍ່ມີໂທລະສັບໃນພື້ນທີ່ ເພາະເປັນເຂດເມືອງຊາຍຝັ່ງຂອງນິວຊີແລນ.

ແຕ່ເດັກຊາຍກໍ່ເສຍຊີວິດລົງ ເຊີ່ງທີ່ໜ້າເສົ້າແມ່ນແມ່ຂອງລາວກຳລັງກຽມຈັດງານວັນເກີດຄົບຮອບ 9 ປີໃຫ້ລາວຢູ່ເຮືອນແຕ່ກໍ່ມາເກີດອຸປະຕິເຫດກ່ອນ ດ້ານຜູ້ເປັນພໍ່ກໍ່ເກືອບຊ໊ອກເພາະຍັງໂທດໂຕເອງວ່າເປັນສາເຫດໃຫ້ລູກຕ້ອງເສຍຊີວິດ.

ไม่มีความคิดเห็น