ຈີນ ຮຽກຮ້ອງ ສະຫະລັດ ໃຫ້ເຮັດການຄ້າ ແບບຍຸກ ໂລກເສລີ



ເຈົ້າໜ້າທີ່ລະດັບສູງ ດ້ານນະໂຍບາຍການຕ່າງປະເທດຂອງຈີນ ຮຽກຮ້ອງ ສະຫະລັດໃຊ້ນະໂຍບາຍ ການຄ້າ ລະ ຫວັງວາ ການເຈລະຈາໂດຍກົງ ລະຫວ່າງ ອາເມລິກາ ກັບເກົາເໜືອ ທີ່ຈະເກີດຂື້ນໃນໄວໆນີ້
       ສຳນັກຂ່າວລາຍງານຈາກກຸປັກກິງ ປະເທດຈີນ ເມືອວັນທີ່ 8 ມີນາ 2018 ທີ່ຜ່ານມາ ວ່າ ທ່ານ ຫວັງ ອີ້ ຣມວ ກະຊວງການຕ່າງປະເທດຈີນ ກ່າວໃນ ການປະຊຸມ ສະພາປະຊາຊົນ ແຫ່ງຊາດ (ເອັນພີຊີ) ສະໄໝ

ທີ່ 13 ເມືອວັນພະຫັດ ມີສາລະສຳຄັນວ່າ ຈີນແລະສະຫະລັດ ບໍ່ຈເປັນຕ້ອງຢູ່ໃນ ສະຖານະ ປໍລະປັກກັນ ແລະ ມີການປຶກສາກັນຫຼາຍຄັ້ງ ຈົນເຖິງ ປັດຈຸບັນ ແລ້ວວ່າ ສົງຄາມທາງການຄ້າ ບໍ່ແມ່ນຫົນທາງທີ່ດີ ໃນການແກ້ໄຂ ບັນຫາຂໍ້ຂັດແຍງ ທາງການຄ້າ ໂດຍສະເພາະຢ່າງຍິງໃນຍຸກໂລກາພິວັດ ເຊັ່ນນິ້ ຢ່າງໃດກໍ່ຕາມ ຈີນພ້ອມຈະຕອບໂຕສະຫະລັດຢ່າງເໝາະສົມ


ຂະນະດຽວກັນ ຣມວ ກະຊວງການຕ່າງປະເທດຈີນຍັງກ່າວເຖິງໂຄງການ ໜຶ່ງໃນແຖບເສັ້ນທາງ ສາຍໃຫມ່ແຫ່ງ ສະຕະວັດທີີ່ 21 ເຊິງເປັນແຜ່ນຍຸດທະສາດ ແລະ ຂະຫຍາຍການຮ່ວມມືທາງການຄ້າ ທາງບົກ ແລະ ທາງທະເລ ລະຫວ່າງຈີນກັບ ທົວທຸກພາກພື້ນໃນໂລກ ວ່າເປັນນະໂຍບາຍ ການຄ້າ ເປີດກວ້າງ ແລະ ເປັນໄປຕາມກົດເກນ ລະຫວ່າງປະເທດ



ไม่มีความคิดเห็น