ລັດເຊຍບໍ່ພໍໃຈ ສະຫະລັດພະຍາຍາມແຊກແຊງການເລືອກຕັ້ງປະທານນາທິບໍດີ



ໃນວັນທີ່ 6 ມີນາ 2018 ສຳນັກງານ ຊິນຫົວລາຍງານວ່າທ່ານ ເຊີຣ໌ເກຍ໌ ຣະຢາຄອຟ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງລັດເຊຍເຜີຍວ່າ ທາງກະຊວງກຳລັງ ສັງເກດການເຄືອນໄຫວ ຂອງສະຫະລັດທີ່ພະຍາຍາມແຊກແຊງ ການເລືອກຕັ້ງ ປະທານນາທິບໍດີ ລັດເຊຍທີ່ໃກ້ຈະເກີດຂື້ນໃນໄວໆນີ້

 ຂະນະທີ່ ທ່ານດິມິທຣີ ເພສຄອຟ ໂຄສົກລັດຖະບານລັດເຊຍ ໄດ້ອອກມາກ່າວເຊັ່ນກັນ ວ່າ ສະຫະລັດຊິນເຄີຍກັບການແຊກແຊງ ກິດຈະການພາຍໃນປະເທດອືນ ລວມເຖິງລັດເຊຍ ຈົນກາຍເປັນປະເພນີໄປແລ້ວ
ທັ້ງນີ້ ລັດເຊຍກຳລັງ ຈະຈັດການເລືອກຕັ້ງ ປະທານນາທິບໍດີ ໃນວັນທີ່ 18 ມີນານີ້ ເຊິງຫຼາຍຝ່າຍຄາດວ່າທ່ານ ວາລະ ດີເມຍຣ໌ ປູຕິນ ຍັງຄົງຈະຄວາໄຊຊະນະແລະ ຄອງຕຳແໜ່ງ ຜູ້ນຳສູງສຸດສະໄໝທີ່ສອງ
ສ່ວນທາງ ສະຫະລັດ ເຄີຍກ່າວຫາລັດເຊຍເມືອປປີທີ່ຜ່ານມາວ່າ ແຊກແຊງການເລືອກຕັ້ງ ປະທານນາທິບໍດີສະຫະລັດ ໃນປີ 2016 ເຊິງຊ່ວຍທ່ານ ໂດນັລ ທຣ້ຳ ເອົາ ຊະນະທ່ານນາງ ຮີລລາຣີ ຄລິນຕັນ  ແຕ່ລັດເຊຍໄດ້ອອກປະຕິເສດຂໍ້ກ່າວຫາ ດັ່ງກ່າວ



ไม่มีความคิดเห็น