ຫີມະ ທັບສອງແມ່ລູກເສຍຊີວິດທັ້ງເປັນ



ເມືອວັນທີ່ 5 ມີນາ ເກີດເຫດສະຫຼົດເມືອງເຄຣ໌ກວູດທາງ ພາກເໜືອຂອງລັດ ແຄລິຟຟໍຣເນຍ ຫຼັງຈາກຫິມະກອງໃຫຍ່ເທິງຫຼັງຄາຄອນໂດ ຕົກທັບແມ່ໄວ 50 ປີ ແລະ ລູກໄວ 7 ປີ ຖືກຝັງຢູ່ໃຕ້ຫີມະສູງເກືອບ 1 ແມັດເສຍຊີວິດທັນທີ
ສະມາຊິກຄອບຄົວ ໄດ້ແຈ້ງວ່າ ສອງແມ່ລູກໄດ້ອອກໄປຫຼີ້ນສະກີ  ແຕ່ບໍ່ກັບເຮືອນຈັກເທືອ ເຮັດໃຫ້ເຈົ້າໜ້າທີ່ອອກໄປຕາມຫາໃນພື້ນທີ່ ຣີສອຣ໌ຕ ຂ້າງຄຽງ ແຕ່ປະກົດວ່າ ຜູ້ທີ່ພັກອາໄສແຈ້ງວ່າ ພົບຖົງມືເທິງຫິມະຢູ່ຂ້າງ ຄອນໂດ ຈົນຂຸດພົບສົບໃນທີ່ສຸດ


ไม่มีความคิดเห็น