ໄອຍະການເກົາຫຼີໃຕ້ ສອບສວນຄໍຣັບຊັນ ອາດີດຜູ້ນຳລີປະທານາທິບໍດີ ເກົາຫຼີໃຕ້
ໃນວັນທີ່ 6 ມີນາ
2018 ທີ່ຜ່ານມາ ໄອຍະການເກົາຫຼີຮຽກຕົວ ທ່ານລີມຽງບັກ ອາດີດປະທານາທິບໍດີເກົາຫຼີໃຕ້
ເຂົ້າສອບປາກຄຳໃນວັນທີ່ 14 ມີນານີ້ ເພືອລວບລວມຂໍ້ມູນ ຫຼັັກຖານວ່າທຸລະກິດຄອບຄົວຂອງ
ທ່ານລີມີສ່ວນພົວພັນກັບການເງິນທຶນ ສະໜັບສະໜູນຈາກ ຊຳຊຸງອີເລັກໂຕຣນິກ
ໃນຊວງດຳລັງຕຳແໜ່ງ ເຊິງຊໍ່ໃຫ້ເຫັນການຮັບສິນບົນຫຼືບໍ
ສ່ວນທ່ານ ອັນຮີຈຸ່ງ
ຜູ້ວ່າການ ແຂວງຊິງຊອງ ຂອງເກົາຫຼີໃຕ້ ແລະເຄີຍເປັນຄູ່ແຂງຊີງຕຳແໜ່ງປະທານນາທິບໍດີ
ຂອງເກົາຫຼີໃຕ້ ກັບທ່ານ ມູນ ແຈ ອິນ ຜ້ນຳຄົນປັດຈຸບັນ ໄດ້ປະກາດລ່າອອກຈາກຕຳແໜ່ງຜູ້ວ່າ
ແລະ ອາຊີບການເມືອງ ຫຼັງຖືກ ອະດີດເລຂາ ສ່ວນຕົວ ນາງສາວ ຄິມ ຈີອຸນກ່າວຫາວ່າຖືກ ທ່ານ
ຮີຈຸງ ຂົ່ມຂືນ 4 ຄັ້ງ ນັບຕັ້ງແຕ່ຖືກຈ້າງເປັນເລຂາ ໃນເດືອນມີນາ ປີກ່ອນໂດຍທ່ານ ຮີຈຸງ
ຍັງໂພສ ເຟສບຸກວ່າ ຂໍໃຫ້ສັງຄົມໂດຍສະເພາະ ນາງສາວ ຄິມ ຈີອຸນ ອະໄພ ພຶດຕິກຳໂງໆຂອງຕົນ
ເອງ ທຸກຢ່າງເປັນຄວາມຜິດຂອງຂ້ອຍ ແລະ ຂະນະທີ່ຕຳຫຼວດແຫ່ງຊາດລະບຸວ່າ
ຢູໃນຂັ້ນຕອນສືບສ່ວນເບື້ອງຕົ້ນ
ເພືອໃນການຄຸ້ມຄອງເຫຍືອເຫດການຄັ້ງນີ້

Post a Comment