ເດືອດ!! ລັດເຊຍເລັ່ງຂັບໄລ່ນັກການທູດອັງກິດອອກປະເທດຕອບໂຕ້ຂໍ້ກ່າວຫາວ່າລັດເຊຍວາງຢາພິດອະດີດສາຍລັບ


ວັນທີ່ 16 ມີນາ 2018 ເອພີລາຍງານ ລັດຖະບານລັດເຊຍກຽມຂັບໄລ່ນັກການທູດຂອງອັງກິດອອກນອກປະເທດເພື່ອເປັນການຕອບໂຕ້ທີ່ລັດຖະບານອັງກິດກ່າວຫາວ່າລັດເຊຍເປັນຜູ້ວາງຢາພິດອະດີດສາຍລັບ ແລະ ລູກສາວຈົນອາການສາຫັດ. ເຊເກ ຣາລັອບ ລັດຖະມົນຕີຕ່າງປະເທດລັດເຊຍກ່າວວ່າ ລັດເຊຍຈະຂັບໄລ່ນັກການທູດອັງກິດອອກຈາກປະເທດຢ່າງແນ່ນອນ ແລະ ຕົນຫວັງວ່າອະດີດສາຍລັບຄົນດັ່ງກ່າວຈະມີອາການດີຂື້ນໃນໄວໆນີ້ ເພື່ອຈະໄດ້ຮູ້ວ່າເກີດຫຍັງຂື້ນກັນແທ້ ນອກນັ້ນຍັງບອກວ່າອັງກິດລະເມີດກົດໝາຍລະຫວ່າງປະເທດຢ່າງຮ້າຍແຮງ ພ້ອມທັງວ່າລັດຖະມົນຕີກະຊວງປ້ອງກັນປະເທດອັງກິດບໍ່ມີການສຶກສາ.

ไม่มีความคิดเห็น