ທຣໍ້າ ກ່າວຫາ ເອັຟບີໄອ ມົວແຕ່ສືບຂ່າວຈົນພາດເບາະແສ່ມືປືນທີ່ຂ້າ 17 ສົບ


ກໍລະນີທີ່ ທ້າວໂຄລັສ ຄຣູສ ອາຍຸ 19 ປີ ກໍ່ເຫດໄລ່ຍິງຜູ້ຄົນທີ່ໂຮງຮຽນມັດທະຍົມ ມາຣ໌ຈໍຣີ ສະໂຕນແມນ ເມືອງພາຣ໌ແລນ ລັດຟໍລຣີດາ ສະຫະລັດ ອາເມຣິກາ ເມືອວັນທີ່ 14 ກຸມພາ ທີ່ຜ່ານມາ ເຊິງມີຄົນເສຍຊີວິດ 17 ຄົນ ເປັນນັກຮຽນ 14 ຄົນ ແລະ ເຈົົ້າໜ້າທີ່ໃນໂຮງຮຽນ 3 ຄົນ ກ່ອນເຫດ ທີ່ທ້າວ ຄູຣສເຊິງຈະຖືກຈັບ ແລະ ຖືກຕັ້ງຂໍ້ຫາຄາດຕະກຳ ເຊິງສະແດງໃຫ້ເຫັນເຖິງພຶດຕິກຳທີ່ຮຸ່ນແຮງ ແລະ ສົງສັນຍານຈະກໍເຫດ ຍິງກັນໃນໂຮງຮຽນ ເຊິງມີຄົນໃກ້ຊິດ ແລະ ມີຄົນໃຊ້ອິນເຕີເນັດແຈ້ງເຈົ້າໜ້າທີ່ຫຼາຍຝ່າຍຮ່ວມທັງສຳນັກສອບສວນກາງ (ເອັຟບີໄອ) ຫຼາຍເທືອ ລວມທັງ ວັນທີ່ 5 ມັງກອນ ແຕ່ບໍມີໃຜຕິດຕາມເລືອງຢ່າງຈິງຈັງ ລວມທັງ ເອັຟບີໄອ ທີ່ຫາກໍຍອມຮັບຂໍ້ຜິດພາດໄປແລ້ວ
ລ່າສຸດເມືອວັນທິ່ 17 ກຸມພາ ປະທານນາທິບໍດີ ໂດໂນທຣັມ ໂພສທະວິດເຕີ້ວ່າ  ເອັຟບີໄອ ມີແຕ່ເວລາ ກັບເລືອງສອບສ່ວນລັດເຊຍສົມຮູ້ຮ່ວມຄິດຫາສຽງ ໃນຊວງທີ່ເລືອກຕັ້ງຫຼາຍເກີນໄປ ຈົນລະເລີຍທຸກເບາະແສທີ່ແຈ້ງເຂົ້າມາ ເປັນເລືອງທີ່ຍອມຮັບບໍໄດ້ ບໍມີການສົມຮູ້ຮ່ວມ ຄິດ ໃຫ້ກັບເຂົ້າສູ່ງານປະຈຳແລະ ເຮັດໃຫ້້ພວກເຮົາພູມໃຈດີກວ່າ
ຂໍ້ມູນສູນກາງ ການເມືອງເຊີງຕອບຮັບເຜີຍວ່າ ຊວງເລືອກຕັ້ງຫາສຽງຕັ້ງແຕ່ປີ 2016 ເອັນອາເອ ໃຫ້ເງິນສະໜັບສະໜູນທຣັມ 11,4 ລ້ານດ໋ອນລາ ສະໜັບສະໜູນຂອງ ແຮລາຣີ ຄຣີນຕັນ ຄູ່ແຂງທຣັມ 19,77 ລ້ານ ດ໋ອນລາ



ไม่มีความคิดเห็น