ຊາອຸ ອະນຸຍາດແມ່ຍິງ ເລີມທຸລະກິດໂດຍບໍຕ້ອງອະນຸຍາດຜູ້ຊາຍກ່ອນ



ປະເທດຊາອຸດິອາຣາເບຍອະນຸຍາດໃຫ້ແມ່ຍິງສາມາດດຳເນີນທຸລະກິດຂອງຕົນລະກິດຂອງຕົນເອງໄດ້ໂດຍບໍຕ້ອງ ອະນຸຍາດສາມີ ກ່ອນຫຼືຍາດຕິພີ່ນ້ອງທາງຜູ້ຊາຍກ່ອນແລ້ວ ເພືອຈະຕອບຮັບການຂະຫຍາຍຕົວຢ່າງວອງໄວຂອງພາກເອກະຊົນພາຍໃນປະເທດ
ສຳນັກຂ່າວການຕ່າງປະເທດລາຍງານວ່າ ກະຊວງການເງິນ ແລະ ການລົງທຶນຂອງຊາອຸດິອາຣາເບຍ ປະກາດເມືອວັນພະຫັດ  (15/02/2018) ທີ່ຜ່ານມາວ່າ ຈະອະນຸຍາດໃຫ້ແມ່ຍິງເລີມທຸລະກິດຂອງຕົນເອງໄດ້ ໂດຍບໍຕ້ອງຂໍອະນຸຍາດ ສາມີກ່ອນ ຫຼື ຍາດຕິພີ່ນ້ອງຜູ້ຊາຍກ່ອນແລ້ວ ຜ່ອນຄາຍລະບົບຜູ້ປົກຄອງ( Guardianship system) ຊຶ່ງມີມາຫຼາຍສິບປີ
ຕອນນີ້ແມ່ຍິງສາມາດເລີມທຸລະກິດຂອງຕົນເອງ ແລະ ໄດ້ຮັບຜົນປະໂຫຍດຈາກການບໍລິການ ອອນລາຍຂອງລັດຖະບານໄດ້ແລ້ວ

ຄວາມປ່ຽນແປງລ່າສຸດ ເກີດຂື້ນຫຼັງຈາກຊາອຸດິອາຣາເບຍເດີນໜ້າປະຕິຮູບ ຈາກປະເທດທີ່ເພິງພາລາຍໄດ້ຈາກ ການຜະລິດນ້ຳມັນດິບມາຂະຫຍາຍ ພາກທຸລະກິດເອກະຊົນພາຍໃນປະເທດ ຫຼາຍຂື້ນ ລວມທັງການເພີມການຈ້າງງານແມ່ຍິງພາຍໃຕ້ ແຜນປະຕິຮູບຕ່າງໆ ເຊິງສະແດງໃຫ້ເຖິງການໃຫ້ ສິດເສລີພາບກັບເພດຍິງຫຼາຍຂື້ນ

ไม่มีความคิดเห็น