ລັດຖະບານອະນຸມັດໂຄງການແຫຼ່ງທ່ອງທ່ຽວຄົບວົງຈອນຢູ່ວັງວຽງມູນຄ່າກວ່າ 200 ລ້ານໂດລາ


ລັດຖະບານລາວໄດ້ອະນຸມັດໃຫ້ບໍລິສັດຈີນເພື່ອດຳເນີນການກໍ່ສ້າງແຫຼ່ງທ່ອງທ່ຽວຄົບວົງຈອນທີ່ສະໜາມບີນເກົ່າວັງວຽງທີ່ມີມູນຄ່າກວ່າ 200 ລ້ານໂດລາ. ທ່ານ ສຸກັນ ວິໄລສັກ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກ່າວວ່າ ໂຄງການຈະລວມມີ: ໂຮງແຮມ 5 ດາວ, ໂຮງໝໍເອກະຊົນທີ່ທັນສະໄໝ, ສວນສາທາລະນະ ແລະ ຄາສິໂນ ໃນນັ້ນຄາສິໂນແມ່ນຍັງລໍຖ້າການອະນຸມັດຈາກລັດຖະບານລາວສາກ່ອນ ໂຄງການດັ່ງກ່າວຄາດວ່າຈະສຳເລັດພາຍໃນ 5 ປີ ຢູ່ມນພື້ນທີ່ 16.24 ເຮັກຕາ ສ່ວນປະຊາຊົນທີ່ຢູ່ເຂດນັ້ນແມ່ນຕ້ອງຢ້າຍອອກ ໂດຍລັດຈະເສຍຄ່າຊົດເຊຍໃຫ້ເຖີງຈະບໍ່ມີໃບອະນຸຍາດນຳໃຊ້ທີ່ດີນກໍ່ຕາມ.

ไม่มีความคิดเห็น