ລີເວີພູລ ໃຈແຂງປັດຂໍ້ສະເໜີບາຊ່າຂື້ຄູຕີ້144ລ້ານປອນ
ຂ່າວການຍ້າຍທີມຂອງຂອງຟິລິຟເປ້
ຄູຕິນໂຢ່ ມິດຟິວລີເວີພູລ ຫຼັງຫົງແດງປັດຂໍ້ສະເໜີຮອບທີ 3 ຈາກບາເຊໂລນ່າທີ່ຍື່ນໃຫ້ 114
ລ້ານປອນ ເຖິງວ່ານັກເຕະຂໍຂື້ນບັນຊີການຍ້າຍທີມແລ້ວກໍ່ຕາມ
ລີເວີພູລ
ປັດຂໍ້ສະເໜີ 114 ລ້ານປອນ ທີບາເຊໂລນ່າຍື່ນຊື້ ຟິລິຟເປ້ ຄູຕິນໂຢ່
ກອງກາງທີມຊາດບຣາຊິວເປັນຮອບທີ່ 3 ຕາມລາຍງານຈາກ ຢູໂຣ ສປອດ ໃນວັນສຸກທີ່ຜ່ານມາ
ບາເຊໂລນ່າຕ່າມລ່າຕົວ
ຄູຕິນໂຢ່ ມາດົນເຕີບແລ້ວ ຫຼັງຈາກທີ່ຕ້ອງການໃຫ້ເປັນຕົວແທນຂອງເນມ່າ
ທີຍ້າຍໄປຫຼີ້ນໃຫ້ກັບ ປາຣີສ ແຊງ-ແຊກແມງ ດ້ວຍຄ່າຕົວສະຖິຕິໂລກ 198 ລ້ານປອນ
ເຊິ່ງວ່າກ່ອນໜ້ານີ້ບາຊ່າ
ເຄີຍຍື່ນຂໍ້ສະເໜີໄປແລ້ວ 2 ຄັ້ງ ດ້ວຍຈໍານວນເງິນ 72 ລ້ານປອນ ກັບ 90 ລ້ານປອນ
ແຕ່ກໍ່ຖືກລີເວພູລປະຕິເສດໄປ
ເຖິງວ່າ ຄູຕິນໂຢ່ຂໍຂຶ້ນບັນຊີຍ້າຍທີມແຕ່
ລີເວີພູຫຼ ກໍ້ຍືນຍັນວ່າຈະບໍຂາຍໃນຊ່ວງຊໍາເມີນີ້ແນ່ນອນ

Post a Comment