ຕໍາຫຼວດສະເປນວິສາມັນຜູ້ກໍ່ການຮ້າຍທີ່ບາເຊໂລນ່າ(ກົດຊົມວີດີໂອ)

ມຸສຊາ ໂອດາເບຍ ໄວພຽງ 17 ປີ ເປັນຜູ້ລົງມືຂັບລົດຕູ້ໄລ່ຕໍາປະຊາຊົນໃນເມືອງບາເຊໂລນ່າ ຈົນມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະຍັງໄປກໍ່ເຫດອີກເມືອງໜຶ່ງເຊິ່ງມີຜູ້ເສຍຊີວິດ 1 ຄົນກ່ອນຕໍາຫຼວດສະເປນວິສາມັນພ້ອມຄົນທີ່ຮ່ວມຂະບວນການ


ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງບາເຊໂລນ່າ ປະເທດສະເປນວ່າ ສໍານັກງານຕໍາຫຼວດແຄ້ວນກາຕາລຸນຢ່າ ທາງພາກເໜືອຂອງສະເປນ ເຜີຍລາຍຊື່ຄົນຮ້າຍ 3 ຈາກ 5 ຄົນເຊິງເສຍຊີວິດຈາກການວິສາມັນຂອງເຈົ້າໜ້າທີ່ໃນເມືອງແກມບຣິສ ທາງຕອນໃຕ້ຂອງບາເຊໂລນ່າໃນວັນສຸກຕອນເຊົ້າເປັນເຊື້ອສາຍໂມຣັອກທັງໝົດຄື ທ້າວ ຊາອິດ ອັລລາ ອາຍຸ 18 ປີ,ທ້າວ ຮີເຊມີ ອາຍຸຸ 24 ປີແລະ ໂອຄາເບຍ ອາຍຸ 17 ປີ ໂດຍໂອຄາເບຍເປັນຄົນດຽວທີ່ຖືສັນຊາດສະເປນແລະເປັນຜູ້ທີ່ຂັບລົດຕູ້ໄລ່ຕໍາປະຊາຊົນໃນຖະໜົນ ລາສ ແຣມບລາສ ໃຈກາງກຸງບາເຊໂລນ່າ ໃນວັນພະຫັດທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສີຍຊີວິດຢ່າງໜ້ອຍ 13 ຄົນແລະໄດ້ຮັບບາດເຈັບກວ່າ 100 ຄົນສ່ວນໃຫຍ່ເປັນນັກທ່ອງທ່ຽວຈາກ34ປະເທດແລະຊາວຝັ່ຣງເສດໄດ້ຮັບບາດເຈັບຫຼາຍສຸດ 26 ຄົນ

ເຈົ້າໜ້າທີ່ລາກລົດທີ່ຄົນຮ້າຍໃຊ້ກໍ່ເຫດ



ເຈົ້າໜ້າທີ່ຈັບກຸມຜູ້ຕ້ອງສົງໄສ 4 ຄົນສ່ວນໃຫຍ່ເຊື້ຍສາຍມາຣັອກກໍລັງຕາມລ່າອີກ 3ຄົນ ເຈົ້າໜ້າທີ່ສະເປນໄດ້ປະສານງານກັບເຈົ້າໜ້າທີ່ຝັ່ຣງເສດແລະເຊື່ອວ່າຄົນຮ້າຍມີທັງໝົດ 12 ຄົນຈາກການສົມມຸດຖານວ່າຄົນຮ້າຍຄິດກໍານການຮ້າຍດ້ວຍລະເບີດແຕ່ເກີດຂໍ້ຜິດພາດຈື່ງໃຊ້ວິທີ່ທີ່ງ່າຍກວ່າ
ຂອບໃຈວີດີໂອຈາກ: CNN

ไม่มีความคิดเห็น