”ແດນຽວ ເຄັຣກ” ຢືນຢັນກັບມາຮັບບົດ “ເຈມສ ບອນ”
ແດນຽວ ເຄັຣກ ປະກາດດ້ວຍຕົວວ່າ
ລາວຈະກັບມາຮັບບົດສາຍລັບລະຫັດ 007 ໃນຕອນທີ່ 25 ຂອງຮູບເງົາຊຸດ ເຈມສ ບອນເຊິ່ງມີກໍານົດສາຍໃນປາຍປີ
2019
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງ
ລອນດອນ ປະເທດສະຫະລາດຊະອານາຈັກ ໃນວັນທີ່ 16 ສິງຫາ ວ່າ ແດນຽວ ເຄັຣກ ນັກສະແດງຊື່ດັງຊາວອັງກິດ
ຮ່ວມລາຍການໂທລະພາບ “ເລຕ ໂຊວ” ຂອງສຕີເຟນ
ໂຄລເບີຕ ພິທີກອນຊື່ດັງຊາວອາເມຣິກັນ ອອກອາກາດໃນວັນອັງຄານທີ່ຜ່ານມາ ໂດຍ ໂຄລເບີຕ
ກໍ່ບໍລັງເລທີ່ຈະຕັ້ງຄຳຖາມຊື່ງຫຼາຍຝ່າຍສົງໄສມາດົນນານຫຼາຍເດືອນແລ້ວວ່າ ເຄັຣກ
ຈະກັບມາຮັບບົດ “ເຈມສ ບອນ” ອີກຄັ້ງຫຼືບໍ ແລະຄໍາຕອບສັ້ນໆຂອງເຄຣັກ ວ່າ “ແມ່ນແລ້ວ”
ເອີ້ນສຽງຕົບມືແລະສຽງຮ້ອງສະແດງຄວາມດີໃຈຂອງບັນດາຜູ້ຊົມໃນຫ້ອງສົ່ງ
ທັງນີ້ ເຄຮັກໃນໄວ
49 ປີ ຮັບບົດສາຍລັບລະຫັດ 007 ໃນຮູບເງົາຊຸດເຈມສ ບອນ 4 ຕອນລ່າສຸດເລີ່ມຕັ້ງແຕ່ “ຄາສິໂນ ຣໍແຢລ”ໃນປີ 2006 ”ຄວອນຕໍາ ອອຟ ໂຊເລຊ” ໃນປີ 2008 ”ສກາຍຟໍ” ໃນປີ 2012 ຕອນລ່າສຸດອອກສາຍໃນປີ 2015
ແຕ່ຫຼັງຈາກນັ້ນສະຫງວນທ່າທີຕະຫຼອດວ່າລາວຈະກັບມາຮັບບົດຄັ້ງນີ້ອີກຄັ້ງຫຼືບໍ ເຊິ່ງ
ເຄຣັກໄດ້ກ່າວໃນລາຍການຂອງ ໂຄລເບີຕວ່າ ລາວແລະທີມງານໄດ້ປຶກສາຫາລືກັນມາໄດ້ໄລຍະໜື່ງແລ້ວ
ແນວໃດກໍ່ຕາມ ເຄຣັກ ໄດ້ກ່າວໄວ້ວ່າການຮັບບົດ ເຈມສ ບອນຄັ້ງນີ້ອາດຈະເປັນຄັ້ງສຸດທ້າຍ
ການຢືນຢັນຈາກປາກຂອງເຄຣັກມີຂື້ນຫຼັງບໍລິສັດອີອອນ
ໂປຣດັກຊັ່ນ ຊຶ່ງເປັນຜູ້ອໍານວຍການສ້າງຮູບເງົາເຈມສ ບອນ ຕະຫຼອດທັງ 24 ຕອນທີ່ຜ່ານມາເປີດເຜີຍເມື່ອບໍດົນມານີ້ວ່າ
ເຈມສບອນຕອນທີ່ 25 ມີກໍານົດເຂົ້າສາຍໃນອາເມຣິກາເໜືອ ໃນວັນທີ່ 8 ພຶດສະພາ 2019
ທ່າມກາງກະແສຂ່າວວ່າ ຍານ ເດີມອງ ຜູ້ກໍາກັບຊາວຝັ່ຣງເສດ
ເປັນຕົວເກັງໄດ້ເຮັດໜ້າທີ່ເປັນຜູ້ກໍາກັບ


Post a Comment