ຊາຍໜຸ່ມຖືກແກ້ງໂຈນປົ້ນ-ຂົ່ມຂືນຢູ່ທາງຍ່າງ
ຊາຍໜຸ່ມອັງກິດລົມກັບຄົນແປກໜ້າ
ໜ້າທະນາຄານປະກົດວ່າເປັນແກ້ງໂຈນ ໄລ່ລ່າຈົນຖືກປົ້ນແລະຂົມຂືນຢູ່ທາງຍ່າງ
ເວັບໄຊຂ່າວອັງກິດ ເດີ ມິຣເຣີ
ລາຍງານຈາກເມືອງຣິດດງ ສະຫະລາດຊະອານາຈັກ ໃນວັນທີ່ 8 ສິງວ່າ
ຊາຍໜຸ່ມຊາວອັງກິດບໍ່ໄດ້ຮັບການເປີດເຜີຍຊື່ໄດ້ຮັບບາດເຈັບໜັກຢ່າງຮຸນແຮງ
ຫຼັງຖືກແກ້ງໂຈນລຸມຂົ່ມຂືນ ໂດຍເຈົ້າໜ້າທີ່ກໍາລັງເລັ່ງຫາເບາະແສ ເພື່ອຈັບກຸ່ມຜູ້ກະທໍາຜິດຂໍ້ຫາລ່ວງລະເມີດທາງເພດແລະທໍາຮ້າຍຮ່າງກາຍຊາຍໜຸ່ມສອງລາຍທີ່ເປັນໝູ່ກັນ
ໂດຍລາຍທໍາອິດຖືດລ່ວງລະເມີດທາງເພດແຕ່ລາຍທີ່ສອງຖືກທໍາຮ້າຍຮ່າງກາຍ
ເຫດເກີດເມື່ອຊາຍໜຸ່ມສອງລາຍນີ້
ອາຍຸ 26 ປີແລະ 25 ປີ ລົມກັບຊາຍແປກໜ້າອີກຄົນ ທີ່ບໍລິເວນທະນາຄານ Metro Bank ໃນບໍລິເວນຫ້າງ Broad
Street ໃນເມືອງຣີດດິງ ໃນເວລາ 1:45 ກາງຄືນຕາມເວລາທ້ອງຖິ່ນ
ຈາກນັ້ນທັງສອງຕ້ອງການຍ່າງອອກໄປ ແຕ່ຖືກຊາຍສອງລາຍທີ່ພວກເຂົາຫາກໍ່ລົມນໍາ
ໂດຍຊາຍສອງລາຍນີ້ເປັນແກ້ງໂຈນ 7 ລາຍທີ່ຢູ່ໃນທ້ອງຖິ່ນ
ທັງສອງຝ່າຍເລິ່ມຜິດຖຽງກັນຫຼັງຈາກທີ່ສະມາຊິກໂຈນຈົກມີດອອກມາແກ່ວງຂູ່ ຈາກນັ້ນຊາຍອາຍຸ
25 ປີ ຖືກຊົກແຕ່ອີກລາຍທີອາຍຸ 26 ປີ ຖືກໄລ່ລ່າໄປຈົນເຖິງຖະໜົນວາສເທີ
ກຸ່ມໂຈນກໍ່ຮຽກຮ້ອງເງີນ ແຕ່ເມື່ອໄປກົດເງິນເບິ່ງກໍ່ລົ້ມເຫຼວຫຼາຍຄັ້ງລາວຈື່ງຮີບແລ່ນໜີໄປຈົນເຖິງບໍລິເວນທາງຍ່າງແມ່ນໍ້າເທມສ
ຈົນສຸດທ້າຍກໍ່ຖືກລ່ວງລະເມີດທາງເພດໃນບໍລິເວນດັ່ງກ່າວເວລາຕໍ່ມາຜູ້ເສຍຫາຍເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕໍາຫຼວດໃນຍ່ານເທມສກັບເຈົ້າໜ້າທີ່
ນາວິດ ເຕີຕັນ ເຈົ້າໜ້າທີ່ສືບສວນກ່າວວ່າກໍລະນີນີ້ເປັນການກະທໍາຜິດກົດໝາຍທິ່ຮ້າຍແຮງ
ເຈົ້າໜ້າທີ່ກໍາລັງເລ່ງສືບສວນເຕັມທີ່
ໂດຍຈະມີການກວດສອບພາບຈາກກ້ອງວີດີໂອວົງຈອນປິດນໍາແລະຂະນະນີເຈົ້າໜ້າທີ່ກໍາລັງຊ່ວຍເຫຼືອຢຽວຢາຈິດໃຈໃຫ້ກັບເຫຍື່ອແລ້ວ
ຂໍຂອບໃຈຂໍ້ມູນແລະຮູບພາບຈາກ : The miror

Post a Comment