ໄອຍາການເກົາຫຼີໃຕ້ຕ້ອງການໃຫ້ ປະທານຊໍາຊຸງ ຮັບໂທດຈໍາຄຸກ 12 ປີ


ໄອຍາການພິເສດຂອງເກົາຫຼີໃຕ້ຕ້ອງການໃຫ້ສານອະນຸມັດບົດລົງໂທດຈໍາຄຸກ 12 ປີ ແກ່ທາຍາດຂອງກຸ່ມທຸລະກິດຊໍາຊຸງ ໃນຂໍ້ຫາຄໍຣັບຊັ່ນ ທີ່ສົ່ງຜົນໃຫ້ປະທານາທິບໍດີຍິງຄົນທໍາອິດຂອງປະເທດຕ້ອງຫຼຸດພົ້ນຈາກຕໍາແໜ່ງໂທດຖານສົມຮູ້ຮ່ວມຄິດ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ 7 ສິງຫາ ວ່າສໍານັກໄອຍາການພິເສດກຸງໂຊອອກຖະແຫຼງການໃນວັນຈັນ ຂໍໃຫ້ສານພິຈາລະນາບົດລົງໂທດຈໍາຄຸກ 12 ປີ ໃຫ້ແກ່ສະຫາຍ ອີ ແຈ-ຍອງ ອາຍຸ 49 ປີ ຮອງປະທານບໍລິສັດໍາຊຸງ ອີເລັກໂທນິກ ຂໍ້ຫາຕິດສິນບົນ,ຄໍຣັບຊັ່ນ ຊຸກເຊື່ອງຊັບສິນໃນຕ່າງປະເທດແລະເຈດຕະນາໃຫ້ການທີ່ບໍມີຄວາມຈິງແກ່ເຈົ້າພະນັກງານ
ໄອຍາການສົ່ງສໍານວນຟ້ອງສະຫາຍ ອີ ແຈ-ຍອງ ເຊິ່ງເປັນປະທານຂອງກຸ່ມທຸລະກິດຊໍາຊຸງ ຈາກທີ່ໍ່ແມ່ ສະຫາຍ ອີ ຄຸນ-ຮີ ປະທານປັດຈຸບັນອາຍຸ 75 ປີ ເຊິ່ງລ້ມປ່ວຍຢູ່ໃນໂຮງໝໍຕັ້ງແຕ່ປີ 2014 ໃນເດືອນກຸມພາປີນີ້ ຫຼັງສານແຂວງກຸງໂຊອະນຸມັດໝາຍຈັບໃຫ້ກັບສະຫາຍ ອີ ແຈ-ຍອງ ເຊິ່ງໄດ້ສົມທົບຄິດກັບຄໍຣັບຊັ່ນຮ່ວມກັບນາງ ຊເວ ຊຸນ-ຊິລ ແລະເປັນເຫດໃຫ້ສານລັດຖະທໍາມະນູນຖອດຖອນ ນາງ ປາກ ກິນ-ເຮ ຫຼຸດພົ້ນຈາກຕໍາແໜ່ງປະທານາທິບໍດີໃນເດືອນມີນາ ທີ່ຜ່ານມາ ມັດຕິຂອງສະຖານນິຕິບັນຍັດແຫ່ງຊາດເມື່ອປາຍປີທີ່ແລ້ວ
ອະດີດປະທານາທິບໍປາກ ກິນ-ເຮ ເຂົ້າຮັບການສືບສວນໃນວັນທີ່ 7 ສິງຫາ 
ນອກຈາກນີ້ໄອຍາການຍັງສະເໜີບົດລົງໂທດຈໍຄຸກ 10 ປີ ໃຫ້ແກ່ອະດີດຜູ້ບໍລິຫານຂອງຊໍາຊຸງ 3 ຄົນ ໂທດຖານມີບົດບາດກ່ຽວກັບຂ້ອງກັບເຄືອຂ່າຍການທຸດຈະລິດຄັ້ງນີ້ ທາງດ້ານທະນາຍຄວາມຂອງສະຫານ ອີ ແຈ-ຍອງກ່າວວ່າລູກຄວາມຂອງຕົນເອງບໍ່ເຄີຍຮຽກຮ້ອງສິ່ງຕອບແທນຈາກເງິນທີ່ເປັນການບໍລິຈາກາເພື່ອສະໜັບສະໜູນໂຄງການພັດທະນາຂອງລັດຖະບານເທົ່ານັ້ນ
ຂະນະທີ່ສານມີກໍານົດປະກາດຄໍາພິພາກສາໃນວັນທີ່ 25 ສິງຫາ ຫຼື 2 ວັນກ່ອນຄົບກໍນົດວັນຝາກຂັງ ສ່ວນຜົນຈະອອກມາເປັນແນວໃດກໍ່ຕາມ ຫຼາຍຝ່າຍເຊ່ືອວ່າສົ່ງຜົນກະທົບຕໍ່ເນື່ອງໃນການພິຈາລະນາບົດລົງໂທດຂອງນາງ ຊເວ ຊຸນ-ຊີລ ແລະນາງ ປາກ ກືນ-ເຮ ຢ່າງແນ່ນອນ ໂດຍໄອຍາການຕັ້ງຂໍ້ຫາວ່າອະດີຜູ້ນໍາຍິງຄົນທໍາຂອງເກົາຫຼີໃຕ້ຮ່ວມສົມທົບກັບການຄໍຣັບຊັ່ນ


ไม่มีความคิดเห็น