ຜູ້ນໍາຣັດເຊຍພັກຜ່ອນດ້ວຍການໄປຕຶກເບັດຫາປາ-ລ່າສັດ

ປະທານາທິບໍດີ ວລາຕິນດີເມຍ ປູຕິນ ແຫ່ງຣັດເຊຍແກ້ເສື້ອຕຶກເບັດຫາປາໃນທະເລສາບເຖິງແມ່ນໍ້າຈະເຢັນໃນເຂດພູມມິພາກໄຊເບີເຣຍຕອນໃຕ້ລະຫວ່າງພັກຜ່ອນ 3 ວັນທັ້ງຕຶກເບັດ,ລອຍນໍ້າແລະລ່າສັດໃນຕົ້ນເດືອນສິງຫາທີຜ່ານມາ

ສໍານັກຂ່າວຕ່າງປະເທດລາຍງານຈາກກຸງມົດສະກູ ປະເທດຣັດເຊຍໃນວັນທີ່ 5 ສິງຫາ ວ່າ ວັງເຄຣມຖະແຫຼງວ່າ ປະທານາທິບໍດີ ວລາຕິນດີເມຍ ປູຕິນ ແຫ່ງຣັດເຊຍ ໃນໄວ 64 ປີ ຂື້ນຊື່ຢຸ່ແລ້ວວ່າເປັນຄົນ ບຸກຄະລິກເຂັ້ມແຂງລະດູແລສຸຂະພາບຢ່າງດີ ສ່ວນໜຶ່ງທີເຮັດໃຫ້ຄະແນນຂອລລາວສູງຂື້ນຢ່າງຕໍ່ເນື່ອງ ປະກອບກັບຈະມີການເລືອກຕັ້ງຊີງຕໍາແໜ່ງປະທານາທິບໍດີໃນອີກ 8 ເດືອນຂ້າງໜ້າ ເຖິງແນວໃດກໍ່ຕາມຍັງບໍ່ມີການປະກາດຢ່າງເປັນທາງການວ່າລາວຈະລົງສະມັກຮັບເລືອກຕັ້ງຊີງຕໍາແໜ່ງປະທານາທິບໍດີຫຼືບໍ ແຕ່ຄາດກັນວ່າລາວຈະລົງເລືອກຕັ້ງແລະສາມາດເລືອກຕັ້ງໄດ້ບໍຍາກ




ປະທານາທິບໍດີ ວລາຕິນດີເມຍ ປູຕິນໃຊ້ເວລາສໍາລັບການຫາປາດ້ວຍການຕຶດເບັດແລະລ່າສັດເປັນພັກຜອ່ນສ່ວນຕົວເປັນເວລາ 3 ວັນລະຫວ່າງວັນທ່ີ່ 1-3 ສິງຫາໃນເຂດໄຊບີເລຍຕອນໃຕ້ຫ່າງຈາກກຸງມົດສະກູ່ 3,700 ກມ ເຊິງສະແດງໃຫ້ເຫັນວ່າ ປະທານາທິບໍດີ ປູຕິນແກ້ເສື້ອຕຶດເບັດເຖິງວ່ານໍ້ານຈະຢັນນັ້ນກໍ່ບໍ່ແມ່ນອຸປະສັກ

ไม่มีความคิดเห็น