ເກີດເຫດເຮືອ 12 ສີພາຍຫຼົ້ມຂະນະຝືກຊ້ອມ, ເຮືອຫາຍ

  

 ທາງແຂວງວຽງຈັນໄດ້ແຈ້ງຂ່າວຂໍຄວາມຊ່ວຍເຫລືອ ເນື່ອງຈາກພີ່ນ້ອງ ບ.ຫລິ່ງຊັນ ມ.ທຸລະຄົມ ຂ.ວຽງຈັນ ໄດ້ແຈ້ງເຂົ້າມາວ່າ ໃນໄລຍະຝຶກຊ້ອມເຮືອຊ່ວງໃນວັນພຸດ ທີ20/9/2017 ໄດ້ເກີດອຸບັດຕິເຫດເຮືອກິລາ 12 ສີພາຍ ເຊິ່ງເປັນເຮືອໃໝ່ແກະກ່ອງຂອງ ພີ່ນ້ອງ ບ.ຫລິ່ງຊັນ ເຊິ່ງຫາຊິເອົາລົງທົດສອບໂຕເຮືອລຳດັ່ງກ່າວໃນຮູບນີ້ຫລົ້ມ ເຮັດໃຫ້ເຮືອຈົມໄຫລໄປກັບສາຍນ້ຳ, ສ່ວນສີພາຍໃນຂ່າວບໍ່ໄດ້ລະບຸ.



ສະນັ້ນຈິ່ງຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຮ່ວມຊາດ ຖ້າຫາກເຮືອດັ່ງກ່າວ ໄດ້ໄປໄຫລເຂົ້າຝັ່ງບ້ານໃດ ຫລື ມີຜູ້ໃດພົບເຫັນ ກະລຸນາຕິດຕໍ່ກັບທີ່ເບີ 030-553499 ທາງເຈົ້າຂອງເຮືອ ຈະຈ່າຍຄ່ານ້ຳໃຈ ໃຫ້ຕາມສົມຄວນ.
ແຫຼ່ງຂ່າວ: ແຂວງວຽງຈັນ

ไม่มีความคิดเห็น