ເຈົ້າຫນ້າທີ່ຍຶດໝີຈາກຜູ້ຄອບຄອງທີ່ບໍ່ໄດ້ຮັບອະນຸຍາດ ມອບໃຫ້ສູນອະນຸຮັກໝີລາວ
ການຈັດຕັ້ງປະຕິບັດວຽກງານບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ
ແຂວງອຸດົມໄຊ ເປັນໜຶ່ງໃນວຽກງານທີ່ໄດ້ຮັບການສະໜັບສະໜູນຈາກ
ອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos).
ເມື່ອບໍ່ດົນມານີ້
ທີ່ເມືອງຮຸນ ແຂວງອຸດົມໄຊ ເຈົ້າໜ້າທີ່ປ່າໄມ້ ກອງກວດກາປ່າໄມ້
ໄດ້ນຳໝີດຳມາມອບໃຫ້ສູນອະນຸຮັກໝີລາວ-ຟື້ນຟູສັດປ່າ ແຂວງຫຼວງພະບາງ.
ມອບໂດຍທ່ານ ຄຳນ້ອຍ ບຸນຈຳປາ
ຮອງຫົວໜ້າກອງກວດກາປ່າໄມ້ ແຂວງອຸດົມໄຊ ແລະ ຮັບໂດຍທ່ານ ແມ໋ດຮັນ
ຈາກສູນອະນຸຮັກໝີລາວ ແລະ ຟື້ນຟູສັດປ່າ ແຂວງຫຼວງພະບາງ ມີຜູ້ຕາງໜ້າຈາກຫ້ອງການກະສິກຳ
ແລະ ປ່າໄມ້ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ການມອບ-ຮັບສັດປ່າດັ່ງກ່າວໃຫ້ໄດ້ຮັບການຄຸ້ມຄອງຕໍ່ສູນອະນຸຮັກໝີລາວ ແລະ
ຟື້ນຟູສັດປ່າ.
ໝີດຳດັ່ງກ່າວ
ມີນ້ຳໜັກ 80 ກິໂລ ແລະ
ນອນຢູ່ໃນຊະນິດພັນສັດປ່າທີ່ໄດ້ຮັບການຄຸ້ມຄອງ
ພາຍໃຕ້ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າຂອງ ສປປ ລາວ
ໄດ້ຍຶດຈາກຜູ້ຄອບຄອງທີ່ບໍ່ໄດ້ຮັບອະນຸຍາດ ໂດຍເຈົ້າໜ້າທີ່ປ່າໄມ້
ແຂວງອຸດົມໄຊ.
ແຫລ່ງທີ່ມາຈາກວຽງຈັນໃຫມ່
ເມື່ອບໍ່ດົນມານີ້ ທີ່ເມືອງຮຸນ ແຂວງອຸດົມໄຊ ເຈົ້າໜ້າທີ່ປ່າໄມ້ ກອງກວດກາປ່າໄມ້ ໄດ້ນຳໝີດຳມາມອບໃຫ້ສູນອະນຸຮັກໝີລາວ-ຟື້ນຟູສັດປ່າ ແຂວງຫຼວງພະບາງ.
ມອບໂດຍທ່ານ ຄຳນ້ອຍ ບຸນຈຳປາ ຮອງຫົວໜ້າກອງກວດກາປ່າໄມ້ ແຂວງອຸດົມໄຊ ແລະ ຮັບໂດຍທ່ານ ແມ໋ດຮັນ ຈາກສູນອະນຸຮັກໝີລາວ ແລະ ຟື້ນຟູສັດປ່າ ແຂວງຫຼວງພະບາງ ມີຜູ້ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ການມອບ-ຮັບສັດປ່າດັ່ງກ່າວໃຫ້ໄດ້ຮັບການຄຸ້ມຄອງຕໍ່ສູນອະນຸຮັກໝີລາວ ແລະ ຟື້ນຟູສັດປ່າ.
ໝີດຳດັ່ງກ່າວ ມີນ້ຳໜັກ 80 ກິໂລ ແລະ ນອນຢູ່ໃນຊະນິດພັນສັດປ່າທີ່ໄດ້ຮັບການຄຸ້ມຄອງ ພາຍໃຕ້ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າຂອງ ສປປ ລາວ ໄດ້ຍຶດຈາກຜູ້ຄອບຄອງທີ່ບໍ່ໄດ້ຮັບອະນຸຍາດ ໂດຍເຈົ້າໜ້າທີ່ປ່າໄມ້ ແຂວງອຸດົມໄຊ.
ແຫລ່ງທີ່ມາຈາກວຽງຈັນໃຫມ່
Post a Comment