ລາວ ຢູ່ອັນດັບທີ 139 ໃນການດຳເນີນທຸລະ ກິດຍາກ - ງ່າຍ


ຂປລ. ກຸ່ມທະນາຄານໂລກ ​ໄດ້ປະເມີນຕົວຊີ້ວັດ​ ​ແລະ ຈັດໃຫ້ ສປປ ລາວ ຢູ່ໃນອັນດັບທີ 139 ຂອງຈຳນວນທັງໝົດ 190 ປະເທດ ​ ທີ່ມີຄວາມຍາກ-​ງ່າ ໃນການດຳເນີນທຸລະກິດ ໃນປີ 2017, ​ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ທີ່ປະຊາກອນຫລາຍກວ່າໝູ່ ​ເຊິ່ງສະແດງອອກດັ່ງນີ້ຄວາມສະດວກ​ ໃນການຂໍອະນຸຍາດປຸກສ້າງ ອັນດັບທີ 47, ການຂຶ້ນທະບຽນຊັບສິນ65, ການເຂົ້າເຖິງສິນເຊື່ອ 75, ການບັງຄັບໃຊ້ສັນຍາ 88, ການນຳເຂົ້າສົ່ງອອກສິນຄ້າ 120, ການເສຍອາກອນ 146, ການຕິດຕັ້ງໄຟຟ້າ 155, ການເລີ່ມຕົ້ນທຸລະກິດ 160, ​ໃນຂະນະທີ່ການປົກປ້ອງຜູ້ລົງທຶນຂະໜາດນ້ອຍ 165 ​ແລະ ການຢັ້ງຢືນການລົ້ມລະລາຍ ອັນດັບທີ 169.


  ທ່ານ ສຸພັນ ​ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ​ແລະ ການລົງທຶນ ​ເປີດເຜີຍໃນກອງປະຊຸມຄະນະກຳມະການສົ່ງເສີມ ​ແລະ ຄຸ້ມຄອງການລົງທຶນ ​ເມື່ອບໍ່ດົນມານີ້ວ່າຕໍ່ການຈັດອັນດັບ ກ່ຽວກັບຄວາມຍາກ-​ງ່າຍ ໃນການດຳເນີນທຸລະກິດຂອງກຸ່ມທະນາຄານໂລກ ​ແມ່ນມີຄວາມສຳຄັນ ​ແລະ ຄວາມຈຳເປັນຢ່າງຍິ່ງ ທີ່ ສປປ ລາວ ຄວນເອົາໃຈໃສ່ປັບປຸງຂັ້ນຕອນ ​ແລະ ກົນໄກພາຍໃນປະເທດທັງນີ້, ເພື່ອສ້າງຂີດຄວາມສາມາດ ໃນການແຂ່ງຂັນ ຂອງວິສາຫະກິດຂະໜາກນ້ອຍ ​ແລະ ກາງ,ທັງເປັນການຍາດແຍ່ງ ​ແລະ ດຶງດູດການລົງທຶນຈາກສາກົນ, ​ເຊິ່ງ ສປປ ລາວ ຍັງຕ້ອງໄດ້ແຂ່ງຂັນກັບບັນດາປະເທດອ້ອມຂ້າງ ກໍຄື ກຸ່ມປະເທດອາຊຽນ ດ້ວຍກັນ.​ 

ລັດຖະມົນຕີກະຊວງແຜນການ ​ແລະ ການລົງທຶນ ຊີ້ໃຫ້ເຫັນວ່າສຳລັບການພັດທະນາ ​ແລະ ຄຸ້ມຄອງການລົງທຶນ ຢູ່ເຂດເສດຖະກິດພິເສດ (ຂພສ) ​ເຫັນວ່າມີຜົນປະໂຫຍດທາງເສດຖະກິດສ້າງມູນຄ່າເພີ່ມໃຫ້ທີ່ດິນເຂດຫ່າງໄກສອກຫລີກ,ການຈັດສັນ ​ແລະ ຊົດເຊີຍທີ່ດິນສ່ວນໃຫຍ່ແມ່ນນຳໃຊ້ທຶນຮອນຂອງຜູ້ລົງທຶນພັດທະນາພາຍຫລັງໝົດອາຍຸສຳປະທານ ທີ່ດິນດັ່ງກ່າວຈະຖືກມອບຄືນໃຫ້ລັດມາຮອດປັດຈຸບັນ ຂພສ ມີທັງໝົດ 12 ​ເຂດ, ​ເຊິ່ງໄດ້ນຳໃຊ້ເນື້ອທີ່ດິນຕາມສັນຍາສຳປະທານເກືອບ 20.000 ເຮັກຕາ, ​ອັນໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາບໍລິສັດທີ່ມີຊື່ສຽງ ​ແລະ ມີຄຸນນະພາບຈາກຕ່າງປະເທດເຂົ້າມາລົງທຶນ ສາມາດສ້າງວຽກເຮັດງານທຳ ​ແລະ ຖ່າຍທອດເຕັກໂນໂລຊີ ​ໃຫ້ແກ່​​ແຮງງານລາວ ປະມານເຄິ່ງໜຶ່ງ ຂອງຈຳນວນແຮງງານທັງໝົດ 15.000 ຄົນ. 




ນັບ
ແຕ່ທ້າຍປີ 2015 ຮອດປັດຈຸບັນ ຂພສ ​ໄດ້ມອບພັນທະເຂົ້າງົບປະມານລັດ 43 ຕື້ກີບການນຳເຂົ້າວັດຖຸ ​ແລະອຸປະກອນກໍ່ສ້າງມີມູນຄ່າ 1.327 ລ້ານໂດລາສະຫະລັດ ​ແລະ ສົ່ງອອກສິນຄ້າ 568 ລ້ານໂດລາສະຫະລັດ.

ไม่มีความคิดเห็น