ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາລົງຢ້ຽມຢາມ ແລະໂອລົມໃຫ້ທິດຊີ້ນໍາການບໍລິຫານການສຶກສາ ແລະກິລາຢູ່ເມືອງໂພນທອງແຂວງຫຼວງພະບາງ.

ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາລົງຢ້ຽມຢາມ ແລະໂອລົມໃຫ້ທິດຊີ້ນໍາການບໍລິຫານການສຶກສາ ແລະກິລາຢູ່ເມືອງໂພນທອງແຂວງຫຼວງພະບາງ.

ໃນວັນທີ່ 26 ເດືອນ ກັນຍາ ປີ 2017 ນີ້ ທ່ານ ຮສ ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາພ້ອມດ້ວຍຄະນະພະແນກສຶກສາທິການແລະກິລາແຂວງໄດ້ລົງຢ້ຽມຢາມ ແລະໂອລົມໃຫ້ທິດຊີ້ນໍາການບໍລິຫານການສຶກສາແລະກິລາຢູ່ທີ່ສະໂມສອນໃຫ່ຍຂອງເມືອງໂພນທອງແຂວງຫຼວງພະບາງ.ມີບັນດາ ຄະນະປະຈໍາພັກເມືອງ,ກຳມະການພັກເມືອງ,ຫົວໜ້າຮອງຫົວໜ້າຫ້ອງການ, ນາຍແລະພົນທະຫານ,ຕໍາຫຼວດ,ຜູ້ອໍານວນການ,ຄູ-ອາຈານທົ່ວເທດສະບານເມືອງ ແລະ ນັກຮຽນຊັ້ນມໍ7ຂອງໂຮງຮຽນ ມສ ໂພນທອງ ເຂົ້າຮ່ວມຮັບຟັງ 120 ກວ່າຄົນ.


ເນື້ອງໃນໂອກາດນີ້, ທ່ານ ອໍາຄາ ແກ້ວອຳພອນ ກຳມະການພັກເມືອງຮອງຫົວໜ້າຫ້ອງການສຶກສາທິການແລະກິລາເມືອງໂພນທອງກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ ແລະ ໂອລົມ ຂອງທ່ານ ຮສ ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາພ້ອມດ້ວຍຄະນະ,ພ້ອມທັງໄດ້ລາຍງານສະພາບການເຄືອນໄຫວວຽກງານການສຶກສາຢູ່ພາຍໃນເມືອງ ໂດຍສະເພາະແມ່ນຜົນສໍາເລັດຂອງແຕ່ລະວຽກງານ,ຂໍ້ຫຍຸ້ງຍາກ.ຂໍ້ຄົງຄ້າງບາງດ້ານ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າເປັນຕົນແມ່ນການປັບປຸງການບໍລິຫານ,ສະພາບຄູ-ອາຈານ ແລະ ດ້ານງົບປະມານ,ພ້ອມດ່ຽວກັນນີ້ ທ່ານ ຮສ ປອ ຄໍາຜາຍ ສີສະຫວັນ ກໍ່ໄດ້ໂອລົມໃຫ້ທິດຊີ້ນໍາບັນດາຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ , ນ້ອງນັກຮຽນ ຊັ້ນ ມ 7 ,ກ່ອນອືນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດວຽກງານສຶກສາຢ່າງສຸດໃຈ,ໃຫ້ເອົາໃຈໃສສືບຕໍ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ,ເອົາໃຈໃສ່ຊີ້ນໍາໆພາວຽກງານທີ່ຕົນຮັບຜິດຊອບໃຫ້ເຂັ້ມແຂງ ໂດຍເນັ້ງໃສ່ຄຸນນະພາບເປັນຫຼັກ,ຜູ້ບໍລິຫານການສຶກສາຕ້ອງເກັບກໍາຂໍ້ມູນລະອຽດ,ເຂົ້າເຖິງກຸ່ມເປົ້າໝາຍທີ່ແທ້ຈິງ ຈຶ່ງຈະເຫັນໄດ້ບັນຫາທີ່ຈະຕ້ອງແກ້ໄຂ,ໃຫ້ຊຸມຊົມມີສ່ວນຮ່ວມ,ຄູ-ອາຈານຕ້ອງເອົາໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນ,ສອນໃຫ້ມີລັກສະນະວິທະຍາສາດ,ມີຄວາມຮັບຜິດຊອບສູງເພື່ອເຮັດໃຫ້ການສືກສາມີຄຸນນະພາບດີຂຶ້ນເປັນກ້າວໆ. ຈາກນັ້ນ ທ່ານ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງ ລົງມອບເຄື້ອງອຸປະກອນການສຶກສາຈໍານວນໜຶ່ງໃຫ້ກັບນ້ອງນັກຮຽນ ຮ.ຮ ປະຖົມບ້ານ ວັງແນກ .
ຂ່າວ: ທ້າວ ທະນູສິນ ອິດທິພົນ ນັກຂ່າວ ຈາກຫ້ອງການ ຖວທ ເມືອງໂພນທອງ ແຂວງຫຼວງພະບາງ.



ไม่มีความคิดเห็น