ທ່ານທອງລຸນ ສີສຸລິດ ພົບປະກັບທ່ານ ເມດເວດເດບ ທີ່ມົດສະກູ
ໃນວັນທີ 26 ກັນຍາ 2017 , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປລາວ ໄດ້ພົບປະກັບທ່ານເດິມີຕຣີ
ເມດເວດເດບ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ທີ່ນະຄອນຫຼວງມົດສະກູ
ເພື່ອປຶກສາຫາລືການພົວພັນຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ
ການເດີນທາງໄປຢ້ຽມຢາລັດເຊຍຄັ້ງນີ້ ແມ່ນໂດຍຕອບສະໜອງຕາມຄຳເຊີນຂອງທ່ານ
ເດິມີຕຣີ ເມດເວດເດບ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ
ແມ່ນໄດ້ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 25-28 ກັນຍາ 2017 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ
ແລະ ການຮ່ວມມືທີ່ມີມາແຕ່ຍາວນານລະຫວ່າງລາວ ແລະ ສ ຣັດເຊຍ.
ຮູບພາບຈາກສຳນັກຂ່າວ AP
Post a Comment