ວາງກຳລັງຕຳຫຼວດເກືອບ 200 ຄົນ ຮັກສາຄວາມສະຫງົບໃນງານບຸນຊ່ວງເຮືອ
ປະເພນີງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2017
ກົງກັບວັນທີ 6 ຕຸລາ ທີ່ຈະມາເຖິງນີ້, ຫຼາຍພາກສ່ວນກໍ່ໄດ້ກຽມຄວາມພ້ອມດ້ານຕ່າງໆປະກອບສ່ວນຮັບໃຊ້ງານດັ່ງກ່າວ.
ໃນນັ້ນ, ກອງຕຳຫຼວດຈະລາຈອນ
ເມືອງຈັນທະບູລີ ກໍ່ໄດ້ກຽມຄວາມພ້ອມປະມານ 80% ເພື່ອຮັບໃຊ້ໃນງານບຸນຊ່ວງເຮືອດັ່ງກ່າວ.
ທ່ານ ວົງສຸກໃຈ ວົງຊາລະສິດ ຫົວໜ້າກອງຕຳຫຼວດ
ຈະລາຈອນ ເມືອງຈັນທະບູລີ ເຜີຍໃຫ້ຮູ້ວ່າ:
ການກະກຽມຄວາມພ້ອມໃນງານບຸນຊ່ວງເຮືອທ່າວັດຈັນປີ 2017 ແຜນວຽກປ້ອງກັນຂອງໜ່ວຍງານຈະລາຈອນແມ່ນໄດ້ມີການກະກຽມແລ້ວຄື: ສະເພາະເມືອງຈັນທະບູລີ ມີ 15 ຈຸດ ມີກຳລັງ 100
ຄົນ(ກຳລັງຂອງເມືອງມີ
50 ຄົນ ແລະ ຈະລາຈອນນະຄອນຫຼວງ 50 ຄົນ).
ໂອກາດດຽວກັນ, ພວກເຮົາຈຶ່ງໄດ້ສົມທົບກັບຫົວໜ້າຈະລາຈອນ
ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກຄື: ຢູ່ເມືອງສີໂຄດຕະບອງມີ 8 ຈຸດ ມີກຳລັງຈຳນວນ 30
ຄົນ ແລະ ເມືອງສີສັດຕະນາກ 7 ຈຸດ ມີກຳລັງ 25 ຄົນ, ນອກນີ້ພະແນກຈະລາຈອນນະຄອນຫຼວງກໍ່ໄດ້ສົ່ງມາສົມທົບອີກ ຈຳນວນ 40
ຄົນ, ລວມມີ ຈຸດປ້ອງກັນປະຈຳການ ທັງໝົດ 30
ຈຸດ ມີກຳລັງທັງໝົດ 195
ຄົນ.
(ແຫ່ລງຂ່າວຈາກເສດຖະກິດ-ການຄ້າ)
(ແຫ່ລງຂ່າວຈາກເສດຖະກິດ-ການຄ້າ)


Post a Comment