ຄວາມເຂັ້ມງວດຕໍ່ການລັກລອບໜີພາສີສົ່ງຜົນໃຫ້ດ່ານນ້ຳພາວເກັບລາຍຮັບລື່ນແຜນເກືອບ 15%
ດ່ານພາສີສາກົນນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
ເຂັ້ມງວດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຕ້ານ ແລະ ສະກັດກັ້ນ
ການລັກລອບສິນຄ້າໜີພາສີ, 9 ເດືອນປີ 2017 ມີຄະດີເກີດຂຶ້ນທັງໝົດ 27 ຄະດີ, ຄະດີໄມ້ເດັ່ນກວ່າໝູ່, ສ່ວນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ 9 ເດືອນບັນລຸ 252 ຕື້ກວ່າກີບ, ລື່ນແຜນການ 14,81%, ຄາດຄະເນໝົດປີລາຍຮັບເກີນແຜນການປີ 7,85%.
ທ່ານ ສ້ອຍ ວົງພະຈັນ ຮອງຫົວໜ້າດ່ານພາສີສາກົນນ້ຳພາວ
ໄດ້ໃຫ້ສຳພາດຕໍ່ທິມງານຂ່າວ ການເງິນວ່າ: ດ່ານພາສີສາກົນນ້ຳພາວ
ເປັນໜ່ວຍພັກໜຶ່ງຂຶ້ນກັບຄະນະພັກຮາກຖານ ພະແນກການເງິນແຂວງບໍລິຄຳໄຊ, ການຈັດ
ຕັ້ງປະຕິບັດວຽກງານວິຊາສະເພາະຂຶ້ນກັບກົມພາສີ, ປະກອບມີພະນັກງານ 30 ຄົນ, ມີຫ້ອງການເຮັດວຽກ 2 ຈຸດຄື: ຈຸດຊາຍແດນ (505), ຈຸດຫລັກ20 (515) ປະກອບມີ 4 ຈຸງານ,
ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຈັດເກັບລາຍຮັບເຂົ້າງົບປະມານ 9 ເດືອນປີ 2017 ປະຕິບັດໄດ້ 252,285 ຕື້ກວ່າກີບ, ເທົ່າກັບ 114,81%, ລື່ນແຜນການປີ 14,81% ຫລື ເທົ່າກັບ 32,535 ຕື້ກວ່າກີບ ແລະ ຖ້າສົມທຽບໃສ່ 9 ເດືອນປີ 2016 ປະຕິບັດໄດ້ 128,57% ເພີ່ມຂຶ້ນ 28,57% ຫລື ເທົ່າກັບ 56,056 ຕື້ກວ່າກີບ, ສ່ວນການຄາດຄະເນການຈັດເກັບລາຍຮັບໝົດປີ 2017 ດ່ານພາສີສາກົນນ້ຳພາວຈະເກັບລາຍຮັບໃຫ້ໄດ້ 316 ຕື້ກີບ, ເທົ່າກັບ 107,85% ລື່ນແຜນການ 7,85% ຫລືເທົ່າກັບ 23 ຕື້ກວ່າກີບ ທັງນີ້໊, ການເກັບລາຍຮັບເພີ່ມຂຶ້ນຍ້ອນແຈ້ງການຢຸດເຊົາຍົກເວັ້ນພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟກວມເອົາ
98,78% ໂດຍສະເພາະການນຳເຂົ້ານໍ້າມັນເຊື້ອໄຟໂຄງການຂຸດຄົ້ນບໍຄໍາ
ຄໍາເກີດ ແສນອຸອົມກວມເອົາ 33,65%, ເທົ່າກັບ 27,20 ຕື້ກີບ,ລາຍຮັບຈາກການບໍລິການຄ່າທຳນຽມເຂົ້າ-ອອກດ່ານສາກົນ ແລະ ອື່ນໆ.
ຄຽງຄູ່ກັນນີ້, ເຈົ້າໜ້າທີ່ພາສີປະຈຳດ່ານສາກົນນ້ຳພາວ
ຍັງໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຕ້ານ ແລະ
ສະກັດກັ້ນການລັກລອບສິນຄ້າໜີພາສີ, ເຊຶ່ງມັນສະແດງອອກໃນການຈັດຕັ້ງປະຕິບັດໜ້າທີ່ໃນ
9 ເດືອນປີ 2017 ມີຄະດີເກີດຂຶ້ນທັງໝົດ 27 ຄະດີ, ໃນນັ້ນມີຄະດີທົ່ວໄປ 7 ຄະດີ, ຄະດີສັດຫວງຫ້າມ 1 ຄະດີ ແລະ ເດັ່ນກວ່າໝູ່ແມ່ນຄະດີໄມ້ 19 ຄະດີ, ພ້ອມທັງປັບໄໝ-ຂາຍເຄື່ອງຮີບໄດ້ຄິດເປັນເງິນໄດ້ຫລາຍກວ່າ 150 ລ້ານກີບ.
ສຳລັບທິດທາງແຜນການໃນຕໍ່ໜ້າທ່ານ ສ້ອຍ ວົງພະຈັນ ຮອງຫົວໜ້າດ່ານພາສີສາກົນນ້ຳພາວ ໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການຕ້ານປະກົດການຫຍໍ້ທໍ້ທາງດ້ານພາສີຂອງຜູ້ປະກອບການຜ່ານດ່ານ ແລະ ການຈັດຕັ້ງປະຕິບັດວິຊາສະເພາະພະນັກງານ-ລັດຖະກອນພາສີ ຈະສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ, ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ປັບປຸງແບບແຜນວິທີນຳພາ, ວິທີການເຮັດວຽກງານໃຫ້ມີຄວາມເຂັ້ມແຂງ, ສອດຄ່ອງກັບລະບຽບກົດໝາຍໃນແຕ່ລະໄລຍະ ແລະ ສ້າງກົນໄກການບໍລິການໃຫ້ມີຄວາມສະດວກວ່ອງໄວທັນຕາມເວລາ ແລະ ເຫດການຕ່າງໆ.
Post a Comment