6 ເດືອນຕົ້ນປີຈະລາຈອນເມືອງສັງທອງ ເຮັດສໍາເລັດໜ້າທີ່ຫຼາຍດ້ານ.
ໃນ 6 ເດືອນຕົ້ນປີ 2017, ສະພາບລວມການໃຊ້ລົດ-ໃຊ້ຖະໜົນຢູ່ເມືອງສັງທອງ
ນະຄອນຫຼວງວຽງຈັນ ແມ່ນມີຄວາມສະດວກສະບາຍໃນການສັນຈອນ, ບໍ່ມີລົດຕິດອັ່ງອໍຕາມທ້ອງຖະໜົນ; ຕໍ່ກັບການປະຕິບັດ, ເຈົ້າໜ້າທີ່ຈະລາຈອນ
ໄດ້ສຸມໃສ່ເຮັດໜ້າທີ່ບໍລິການໃຫ້ຄວາມສະດວກແກ່ນັກຂັບຂີ່ ໄດ້ເປັນຢ່າງດີຕະຫຼອດມາ.
ຕໍ່ຄວາມສະດວກດັ່ງກ່າວນັ້ນ, ກໍມີຂໍ້ຫຍຸ້ງຍາກທີ່ຕາມມາຢ່າງຫຼວງຫຼາຍທີ່ເຈົ້າໜ້າທີ່ຈະຕ້ອງໄດ້ເພີ່ມມາດຕະການຫຼາຍຢ່າງ
ເພື່ອຄວບຄຸມການຈະລາຈອນໃຫ້ເຂົ້າສູ່ລະບຽບເທື່ອລະກ້າວ
ກໍເພື່ອແນໃສ່ເຮັດໃຫ້ອຸບັດຕິເຫດຫຼຸດໜ້ອຍຖອຍລົງ ແລະ ເພື່ອສະກັດກັ້ນຕໍ່ປະກົດການຫຍໍ້ທໍ້ຕ່າງໆ
ທີ່ຈະເກີດຂຶ້ນໃນຕໍ່ໜ້າ.
ພັຕ ໄພທູນ ມະນີວົງ ຫົວໜ້າກອງຕໍາຫຼວດຈະລາຈອນ
ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ, ຕໍາຫຼວດຈະລາຈອນສຸມໃສ່ວຽກງານວິຊາສະເພາະຢ່າງຕັ້ງໜ້າໄດ້ສໍາເລັດຫຼາຍດ້ານ
ແລະ ຜົນງານອັນພົ້ນເດັ່ນຂອງຕໍາຫຼວດຈະລາຈອນ ກໍຄື:
ວຽກງານໂຄສະນາລະບຽບຈະລາຈອນ:
ຖືເປັນວຽກງານປາຍແຫຼມຂອງວຽກງານຈະລາຈອນ, ພວກເຮົາໄດ້ເອົາໃຈໃສ່ນຳເອົາລະບຽບກົດໝາຍທີ່ກ່ຽວກັບການສັນຈອນການໃຊ້ລົດ-ໃຊ້ຖະໜົນ ລົງສູ່ມວນຊົນ, ຜ່ານມາແມ່ນເຮັດໄດ້ດີສົມຄວນ, ພວກເຮົາໄດ້ສົມທົບພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ນິວຈິບເຊັງ ລົງໂຄສະນາກົດລະບຽບຈະລາຈອນກ່ຽວກັບການໃຊ້ລົດ-ໃຊ້ຖະໜົນ ຢູ່ບັນດາໂຮງຮຽນ ມໍຕົ້ນ, ມໍປາຍ ໄດ້ 8 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງ 2.750/ເທື່ອຄົນ ຍິງ 1.615 ຄົນ; ນອກນັ້ນ, ພວກເຮົາຍັງໄດ້ລົງໂຄສະນາຕາມບ້ານເປົ້າໝາຍ ທີ່ມີຕົວເລກອຸບັດຕິເຫດຫລາຍ ໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງ 714 ຄົນ ຍິງ 409 ຄົນ.

ວຽກງານ ແກ້ໄຂອຸບັດຕິເຫດ:
ວຽກງານແກ້ໄຂອຸບັດຕິເຫດ ເປັນວຽກງານໜຶ່ງທີ່ເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໂດຍສະເພາະແມ່ນວຽກປະຈຳການຄອຍເຫດ 24 ຊົ່ວໂມງ ເພື່ອລໍຖ້າແກ້ໄຂສະພາບທີ່ເກີດຂຶ້ນໃຫ້ວ່ອງໄວທັນເວລາ. ໃນໄລຍະ 6 ເດືອນຕົ້ນປີ 2017ຜ່ານມາ, ມີອຸປະຕິເຫດເກີດຂຶ້ນ ທັງໝົດ 27 ເລື່ອງ, ມີຄົນໄດ້ຮັບບາດເຈັບ 33 ຄົນ, ເຈັບເລັກໜ້ອຍ 13 ຄົນ, ເຈັບສົມຄວນ 8 ຄົນ, ເຈັບສາຫັດ 6 ຄົນ, ພາຫະນະເປ່ເພ 30 ຄັນ, ເປ່ເພເລັກໜ້ອຍ 10 ຄັນ, ເປ່ເພສົມຄວນ 17 ຄັນ, ໃຊ້ການບໍ່ໄດ້ 3 ຄັນ ແລະ ເສຍຊີວິດ 6 ຄົນ ລວມມູນຄ່າເສຍຫາຍທັງໝົດ 314.726.000.ກີບ.

ວຽກງານກວດກາ ການປະຕິບັດລະບຽບ:
ໃນໄລຍະຜ່ານມາ, ພວກເຮົາໄດ້ມີແຜນໃຫຍ່ລົງກວດກາການປະຕິບັດລະບຽບ, ອອກອາທິດຈະລາຈອນ ອາທິດລະ 2 ຄັ້ງ ຖ້າອາທິດໃດເປັນມື້ວັນສິນ ຫຼື ມີງານປ້ອງກັນຕ່າງໆ ຈະອອກ 3 ຄັ້ງ. ໃນໄລຍະ 6 ເດືອນຜ່ານມາ, ໄດ້ເຄື່ອນໄຫວອອກທິດຈະລາຈອນ 64 ຄັ້ງ, ກວດກາພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ 448/ເທື່ອຄົນ ຍິງ 178 ຄົນ, ກັກເອກະສານ-ທະບຽນ 28 ໃບ, ໃບຂັບຂີ່ 39 ໃບ, ເອກະສານອື່ນໆ 8 ສະບັບ ແລະ ເຈົ້າໜ້າທີ່ພວກເຮົາລົງກວດກາຕາມທ້ອງຖະໜົນ ສາມາດກັກລົດທີ່ຖືກລັກ ມາສົ່ງໃຫ້ເຈົ້າຂອງໄດ້ 3 ຄັນ ແລະ ຈັບຜູ້ລັກລອບໄດ້ 3 ຄົນ ສົ່ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນຄະດີຕາມລະບຽບກົດໝາຍ. ໃນນີ້, ກັກຜູ້ຄ້າຂາຍຢາເສບຕິໄດ້ 5 ຄົນ ພ້ອມຂອງກາງ 3.236 ເມັດ, ສົ່ງໃຫ້ພາກສ່ວນຢາເສບຕິດດຳເນີນຄະດີຕາມລະບຽບກົດໝາຍ, ກັກລົດດັດແປງສະພາບ ໃສ່ທໍ່ດັງ ຂັບຂີ່ກວນເມືອງ ໄດ້ 19 ຄັນ, ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ 5 ຄັນ ແລະ ປັບໃໝຕາມລະບຽບການ 14 ຄັນ ແລະ ກັກຢາໄອສ໌ໄດ້ 1,5 ກິໂລກຼາມ ແລະ ກັກຕົວຜູ້ຖືກຫາໄດ້ 1 ຄົນ.

ວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່:
ວຽກງານດັ່ງກ່າວ ກໍເປັນວຽກງານສະຄັນວຽກງານໜຶ່ງທີ່ເຈົ້າໜ້າທີ່ພວກເຮົາໄດ້ປະສານສົມທົບ ພາກສ່ວນກ່ຽວຂ້ອງ ລົງເກັບກຳບັນດາສະຖິຕິຕົວເລກລົດ ຢູ່ແຕ່ລະກຸ່ມບ້ານ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ເພື່ອຂຶ້ນບັນຊີເປົ້າໝາຍລົດນໍາເຂົ້າທີ່ບໍ່ຖືກຕ້ອງ ແລ້ວລາຍງານຂັ້ນເທິງ ເພື່ອຊອກວິທີແກ້ໄຂ, ບໍລິການຕິດປ້າຍລົດຈັກໃຫ້ພໍ່-ແມ່ປະຊາຊົນ ຕາມທິດສາມສ້າງ ໄດ້ 70 ກວ່າປ້າຍ.

ວຽກງານຫ້ອງການ:
ເອົາໃຈໃສ່ກວດກາ, ຄົ້ນຄວ້າເອກະສານ, ນິຕິກຳຕ່າງໆ ເພື່ອປະກອບໃສ່ວຽກງານສຳຄັນຕ່າງໆ ເປັນຕົ້ນ: ວຽກງານແກ້ໄຂອຸບັດຕິເຫດ, ວຽກງານໂຄສະສະນາ ແລະ ເຂົ້າຮ່ວມວຽກງານຝຶກອົບຮົມຕ່າງໆ ຢ່າງເປັນປົກະຕິ ພ້ອມທັງເຮັດສະຫຼຸບລາຍງານວຽກງານຕ່າງໆໃຫ້ແກ່ຂັ້ນເທິງ ປະຈຳອາທິດ, ເດືອນ, ໄຕມາດ ແລະ ປີ ຢ່າງເປັນປົກະຕິ.

ພັຕ ໄພທູນ ມະນີວົງ ໃຫ້ຮູ້ຕື່ມວ່າ:
ເຖິງຈະມີການສຸມໃສ່ປະຕິບັດໜ້າທີ່ປານໃດກໍຕາມ
ກໍຍັງມີຂໍ້ຫຍຸ້ງຍາກເປັນຕົ້ນດ້ານຈໍານວນພົນຕໍາຫຼວດຈະລາຈອນ
ບໍ່ພຽງພໍໃນການປະຕິບັດໜ້າທີ່, ບໍ່ມີປ້ອມບັງຄັບການຈະລາຈອນ, ບໍ່ມີເຄື່ອງມືທີ່ທັນສະໄໝ
ເພື່ອບັງຄັບການຈະລາຈອນ ເປັນຕົ້ນແມ່ນກ້ອງວົງຈອນປິດ ແລະ ອຸປະກອນສື່ສານຕ່າງໆ; ນອກນັ້ນ, ຍ້ອນຄວາມຮູ້-ຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງບໍ່ສູງ, ຂາດຫົວຄິດປະດິດສ້າງ, ຄຽງຄູ່ກັບຄວາມຮັບຮູ້ຂອງພໍ່-ແມ່ປະຊາຊົນ, ນັກຂັບຂີ່ ຍັງບໍ່ທັນສູງ, ຍັງບໍ່ເຫັນໄດ້ຄວາມໝາຍ-ຄວາມສຳຄັນຂອງວຽກງານຈະລາຈອນ
ຕໍ່ການດຳລົງຊີວິດປະຈຳວັນ, ຍັງເຫັນຜົນເສຍຫາຍທີ່ເກີດຈາກອຸບັດຕິເຫດເປັນເລື່ອງທຳມະດາ
ແລະ ຍັງຖີ້ມຄວາມຮັບຜິດຊອບໃຫ້ແຕ່ທາງເຈົ້າໜ້າທີ່ດ້ານດຽວ
ທັ້ງທີ່ເຫັນລູກຫຼານໃຊ້ລົດ-ໃຊ້ຖະໜົນທີ່ຜິດຕໍ່ະບຽບກົດໝາຍບ້ານເມືອງ.
ແຫຼ່ງທີ່ມາ:
ໜັງສືພິມຄວາມສະຫງົບ

Post a Comment