ໂຄງການ 30.000 ປົວທຸກພະຍາດ ທຸກຄົນມີສິດໝົດຍົກເວັ້ນພະນັກງານລັດຖະກອນ


ໂຄງການ 30.000 ກີບປົວທຸກພະຍາດ ນັບເປັນປະເດັນທີ່ປະຊາຊົນໃຫ້ຄວາມສົນໃຈພໍສົມຄວນ ແຕ່ກໍ່ຍັງມີຄຳຖາມຄາໃຈອີກຫຼາຍຢ່າງວ່າຕົກລົງແມ່ນໃຜແດ່ທີ່ສາມາດໃຊ້ບໍລິການໄດ້ ຕ້ອງເຮັດແບບໃດກັນແທ້?

ຕາມການເປີດເຜີຍຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການ ປະກັນສຸຂະພາບແຫ່ງຊາດ ໃຫ້ຮູ້ວ່າ:  ໂຄງການດັ່ງກ່າວວນີ້ເອີ້ນວ່າ ກອງທຶນປະກັນສຸຂະພາບແຫ່ງຊາດ ຫລື ​ໂຄງການ 30 ພັນກີບ ປິ່ນປົວທຸກພະຍາດ ແມ່ນເລີ່ມຈັດຕັ້ງປະຕິບັດ ມາແຕ່ກາງປີ 2016 ງົບ​ປະມານເບື້ອງຕົ້ນແມ່ນ 66 ຕື້​ກວ່າ​ກີບ, ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງ ຄື: ​ແຂວງຫລວງນ້ຳທາ,​ໄຊ​ສົມບູນ, ເຊກອງ ​ແລະ ​ແຂວງອັດຕະປື. ຕໍ່​ມາ​ຈຶ່ງ​ໄດ້​ຂະ​ຫຍາ​ຍຕື່ມ​ອີກ​, ປັດຈຸ​ບັນ​ ​ຂະຫຍາຍ​ເກືອບ​ທົ່ວ​ປະ​ເທດ​ແລ້ວ ຍັງ​ເຫລືອ​ພຽງ​ແຕ່​ນະຄອນຫລວງ ​ແລະ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ປະຕິບັດ​ ໃນ​ຕົ້ນ​ປີ 2018 ນີ້ ໂດຍມາຮອດປະຈຸບັນລັດໄດ້ອະນຸມັດງົບປະມານ 180 ຕື້ກີບ ເພື່ອຂະຫຍາຍ ໂຄງການ ໃຫ້ປະຊາຊົນທົ່ວປະເທດສາມາດເຂົ້າເຖິງໄດ້ໂດຍທົ່ວກັນ.
ຄຳຕອບສຳລັບຄຳຖາມທີ່ວ່າໃຜແດ່ທີ່ສາມາດໃຊ້ບໍລິການໂຄງການ 30 ພັນ​ກີບ ປິ່ນປົວ​ທຸກ​ພະຍາດທ່ານ ດຣ. ບຸນແຝງ ພູມມະໄລສິດ ກ່າວວ່າ: ໂຄງການນີ້ແມ່ນເປີດ​ໃຫ້ປະຊາຊົນໃນ​ຂອບທົ່ວ​ປະ​ເທດ​​ ໄດ້​ໃຊ້​ບໍລິການຂໍພຽງມີ​ລາຍ​ຊື່​ຕາມ​ສຳມະ​ໂນ​ຄົວ ຫລື ​ໃບ​ຢັ້ງຢືນ​ ມີໜ້າ​ໃນ​ຄົວ​ເຮືອນ ​ທີ່ຢູ່​ໃນ​ບ້ານ​ນັ້ນ ຈະຍົກເວັ້ນແຕ່ຜູ້ທີ່ເປັນພະນັກງານ-ລັດຖະກອນທີ່ຖືບັດ ອປລ ແລະ ອປສແລ້ວເທົ່ານັ້ນ.
ເມື່ອໃດກໍ່ຕາມທີ່ເກີດກໍລະນີເຈັບເປັນແມ່ນໃຫ້ເຂົ້າໄປປິ່ນປົວໃນສະຖານທີ່ບໍລິການຂອງລັດ ໃກ້ບ້ານໄດ້ເລີຍ (ສະເພາະແຂວງ ທີ່ໄດ້ຮັບການຈັດຕັ້ງປະຕິບັດ) ພຽງແຕ່ຖືບັດປະຈຳຕົວ, ສຳມະໂນຄົວ ຫລື ໃບຢັ້ງຢືນ ຈາກນາຍບ້ານຍື່ນຕໍ່ສຸກສາລາ, ໂຮງໝໍລັດ ພາຍໃນແຂວງທີ່ທ່ານຕັ້ງຖິ່ນຖານຢູ່ເທົ່ານັ້ນກໍຈະໄດ້ຮັບສິດປິ່ນປົວພະຍາດ ທີ່ຢູ່ໃນເງື່ອນໄຂຂອງ ກອງທຶນປະກັນສຸຂະພາບແຫ່ງຊາດທັນທີ, ຫາກເປັນກໍລະນີໃຫຍ່ ບໍ່ສາມາດປິ່ນປົວໄດ້ ກໍຈະສົ່ງຕໍ່ໄປບ່ອນ ທີ່ມີເງື່ອນໄຂເພື່ອປິ່ນປົວ, ສ່ວນໃຊ້ຈ່າຍໃນການເດີນທາງ ແມ່ນກອງທຶນປະກັນສຸຂະພາບ ຈະເປັນຜູ້ຈ່າຍໃຫ້.

ແນວໃດກໍ່ຕາມທ່ານຍອມຮັບວ່າ: ໂຄງການນີ້ແມ່ນຍັງບໍ່ທັນໄດ້ເພາະຍັງບໍ່ທັນຄວບຄຸມທຸກພະຍາດ ໃນກໍລະນີໃຫຍ່ໆ ເຊັ່ນ: ພະຍາດມະເຮັງ, ພະຍາດ​ໄຂ້ຍຸງ, ການຟອກ​ໝາກ​ໄຂ່ຫລັງ ແລະ ການຜ່າຕັດ​ໃຫຍ່ (ຜ່າຕັດ​ກະດູກ​ສັງ​ຫລັງ)​ ເນື່ອງຈາກຍັງມີຄວາມຈຳກັດ ທາງດ້ານທຶນຮອນ ແຕ່ທຶນດັ່ງກ່າວ, ຈະຄວບຄຸມເອົາການຮັກສາ-ປິ່ນປົວ, ການນອນໂຮງໝໍ ລວມທັງຜ່າຕັດຂະໜາດ​ນ້ອຍ (ຜ່າຕັດ​​ໃສ້​ຕິ່ງ) ເຊິ່ງຫາກກາຍກຳນົດຄ່າປິ່ນປົວ ພະຍາດທີ່ລະບຸໄວ້ ແມ່ນອາດຈະໄດ້ຈ່າຍເພີ່ມ ຈຳນວນໃດໜຶ່ງ ເຊິ່ງລາຍລະອຽດຂອງການໃຫ້ບໍລິການປິ່ນປົວຕ່າງໆ ແມ່ນກຳລັງຢູ່ໃນ ຂັ້ນຮ່າງ ເປັນນິຕິກຳສະເພາະ ຂອງກະຊວງສາທາລະນະສຸກ ເຊິ່ງຄາດວ່າຈະໄດ້ຮັບການປະກາດໃຊ້ໃນໄວນີ້.

ไม่มีความคิดเห็น