ເຊັນສັນຍາການເຊົ່າສັນຍານດາວທຽມ ຮັບ-ສົ່ງ ການບັນຊາ ເຮືອບິນ ທີ່ຜ່ານນ່ານຟ້າ ຂອງລາວ


ຂປລ. ​ໃນ​ວັນ​ທີ 27 ກັນຍາ 2017 ທີ່​ວຽງ​ຈັນ​ເຊັນ​ເຕີ, ​ໄດ້​ມີ​ພິທີ​ເຊັນ​ສັນຍາການ​ເຊົ່າ​ສັນຍານ​ດາວ​ທຽມຮັບ-ສົ່ງ ການ​ບັນຊາ​ເຮືອບິນ​ທີ່​ຜ່ານ​ນ່ານຟ້າ​ຂອງ ສປປ ລາວ ລະຫວ່າງ ກອງ​ຄຸມ​ຄອງ​ການ​ຈະລາຈອນທາງ​ອາກາດ ​ແລະ ບໍລິສັດ​ດາວ​ທຽມ​ລາວ ​ເອ​ເຊຍ-ປາຊີ​ຟິກ.


ຈຸ​ດປະສົງ​ພິທີ​ເຊັນ​ສັນຍາ​ດັ່ງກ່າວ​, ​​ແມ່ນເພື່ອນຳ​ໃຊ້​ເຂົ້າ​ເຊື່ອມສັນຍານ​ວິທະຍຸ​ບິນ​ຜ່ານ ​ໃນ​ທົ່ວ​ປະ​ເທດ​ ຈຳນວນ 4 ຈຸດ​ ຄື: ​ຊຽງ​ຂວາງ, ວຽງ​ຈັນ, ສະຫວັນ​ນະ​ເຂດ ​ແລະ ປາກ​ຊ່ອງ, ຊຶ່ງ​ອຸປະກອນ​ດັ່ງກ່າວ​ ພາຍ​ໃຕ້​ການ​ຊ່ວຍ​ເຫລືອ​ຂອງ​ໂຄງການ​ຍີ່​ປຸ່ນ ຕິດ​ຕັ້ງ​ສຳ​ເລັດ​ໃນ ​ປີ 2015 ຜ່ານ​ມາ. ຕາງໜ້າ​ເຊັນສັນ​ບາ​ຄັ້ງ​ນີ້, ໂດຍທ່ານ ສົມຈິດ ວິນິດແກ້ວພາວັນ ຫົວໜ້າກອງຈະລາຈອນທາງອາກາດ ​ແລະ ທ່ານ ​ແກ້ວວຽງໄຊ ສຸລິຍະ ຮອງຜູ້ອຳນວຍການບໍລິສັດ ດາວທຽມລາວ ​ເອເຊຍ-ປາຊີຟິກ, ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໃນ​ໂອກາດ​ນີ້ທ່ານ ສົມ​ຈິດ ວິນິດແກ້ວພາວັນ ​ກ່າວ​ວ່າ: ປັດຈຸ​ບັນ​ ມີ 100 ກວ່າສາຍ​ການບິນ​ທີ່​ບິນ​ຜ່ານນ່ານຟ້າ​ຂອງ ສປປ ລາວ ສະ​ເລ່ຍ 850 ຖ້ຽວ​ຕໍ່​ວັນ ​ແລະ 10 ກວ່າ​ສາຍ​ການບິນ​ ມາ​ຂຶ້ນ​-ລົງ ​ໃນ​ 4 ສະໜາມ​ບິນ​ສາກົນຂອງ​ລາວ ໄລຍະ​ຜ່ານ​ມາ​ພວກ​ເຮົາ​ໄດ້​ນຳ​ໃຊ້​ເຊົ່າ​ສັນຍານ​ດາວ​ທຽມ Intelsat ຂອງ​ອາ​ເມ​ລິ​ກາ, ​ໂດຍ​ຮັບຮອງ​ຈາກ​ບໍລິສັດ ETL ​ເປັນ​ຜູ້​ສະໜອງ​ໃຫ້. ​ໃນ​ໄລຍະ​ດຽວ​ກັນ​ນັ້ນ ດາວ​ທຽມ​ລາວ​ ຍັງ​ບໍ່​ທັນ​ໃຫ້​ບໍລິການ​ເທື່ອ ຈຶ່ງ​ໄດ້​ສັນຍາ​ເຊົ່າ​ນຳ​ໃຊ້​ເປັນ​ເວລາ 2 ປີ ​ໃນ​ປີ 2015 ​ຫາ 2016.

ທ່ານ ສົມຈິດ ວິນິດແກ້ວພາວັນ ​ກ່າວຕື່ມວ່າສະນັ້ນວຽກງານການບໍລິການຈະລາຈອນທາງອາກາດ ​ແມ່ນໜ້າວຽກໜຶ່ງທີ່ເປັນຕ່ອງ​​ໂສ້ ກັບວຽກຄົມມະນາຄົມຂົນສົ່ງຂອງປະເທດເຮົາ ​ເວົ້າລວມເວົ້າສະເພາ​ະ ການຂົນສົ່ງທາງອາກາດເປັນທາງເລືອກຂອງຄົນສ່ວນໃຫຍ່ ໃນການເດີນທາງຈາກປະເທດໜຶ່ງ ໄປອີກປະເທດໜຶ່ງ, ​ເນື່ອງຈາກມີຄວາມສະດວກວ່ອງໄວ ​ແລະ ປອດໄພສູງ. ​ໃນ​ຍຸກ​ໂລກາ​ພິວັດ, ຍຸກ​ແຫ່ງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ທັງ​ເປັນ​ຍຸ​ທະ​ສາດ​ໃນ​ການ​ເຊື່ອມ​ໂຍງ​ກັບ​ອະນຸ​ພາກ​ພື້ນ ​ແລະ ທົ່ວ​​ໂລກປັດຈຸ​ບັນ​ ວຽກ​ງານ​ການ​ຈະລາຈອນ​ທາງ​ອາກາດ​ຂອງ ສປປ ລາວ ​ໄດ້​ຮັບ​ການ​ພັດທະນາ​ດ້ານ​ຊັບພະຍາ ກອນ​ມະນຸດ, ບັນດາ​ລະບົບ​ວິທະຍຸ​ບໍລິການ-ການບີ, ​ເສັ້ນທາງ​ການບີນ ​ແລະ ອື່ນໆ​ ດີ​ຂຶ້ນ​ທຽບ​ກັບ​ບັນ ດາ​ປະ​ເທດ​ໃກ້​ຄຽງ

ไม่มีความคิดเห็น