ລາວ-ຣັດເຊຍຮ່ວມລົງນາມເອກະສານການຮ່ວມມື 7 ສະບັບ


ໃນໂອກາດການຢ້ຽມຢາມສະຫະພັນຣັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 26-27 ກັນຍາ 2017 ຂອງທ່ານນາຍົກ ທອງລຸນ ສີສຸລິດ ພ້ອມຄະນະ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີແຫ່ງ ສະຫະພັນ ຣັດເຊຍທັງສອງຝ່າຍແມ່ນໄດ້ຮ່ວມລົງນາມໃນເອະກສານການຮ່ວມມືລວມ 7 ສະບັບ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.


 ການເດີນທາງຢ້ຽມຢາມຂອງທ່ານນາຍົກພ້ອມຄະນະໃນເທື່ອນີ້ໄດ້ກາຍເປັນຂີດໝາຍທີ່ສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນານັບມື້ນັບກວ້າງຂວາງ  ແລະ ມີຄວາມເລິກເຊິ່ງຂຶ້ນເລື້ອຍໆ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນມາຕັ້ງແຕ່ວັນທີ 07 ຕຸລາ 1960 ເປັນຕົ້ນມາ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານນາຍົກລັັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ເດີມີຕຼີ ເມດເວແດບ, ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພາຍໃຕ້ບັນຍາກາດແຫ່ງຄວາມສະໜິດສະໜົມ, ໄມຕີຈິດ ແລະ ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ກົງໄປກົງມາ. ກ່ອນອື່ນໝົດ, ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການເປັນຄູ່ຮ່ວມມືຍຸດທະສາດນຳກັນໃນຂົງເຂດອາຊີ-ປາຊີຟິກ.


ສອງທ່ານມີຄວາມເຫັນເປັນເອກະພາບກັນວ່າ ການພົວພັນ ແລະ ຮ່ວມມື ດັ່ງກ່າວແມ່ນໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນຳສອງປະເທດໃນທຸກລະດັບໃນໄລຍະຜ່ານມາ; ໃນອະນາຄົດສອງປະເທດ ມີຄວາມມຸ້ງຫວັງທີ່ຈະອອກແຮງເພີ້ມທະວີການພົວພັນຮ່ວມມືທີ່ດີແລ້ວນັ້ນໃຫ້ດີຍິ່ງໆຂຶ້ນ ແລະ ມີໝາກຜົນລື່ນເກົ່າ ເພື່ອຍົກລະດັບການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃນໄລຍະໃໝ່, ສີືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ການທະຫານ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນ; ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບສູງ ຕະຫລອດຮອດລະດັບວິຊາການ, ລວມທັງ ລະຫວ່າງສອງລັດສະພາແຫ່ງຊາດ ແລະ ນະຄອນຫຼວງ ເພື່ອຜັນຂະຫຍາຍຜົນການຢ້ຽມ ຢາມ ແລະ ຊູກຍູ້ບັນດາສັນຍາຮ່ວມມືກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ.



ພາຍຫຼັງສຳເລັດການພົບປະ, ສອງຝ່າຍໄດ້ລົງນາມຮ່ວມກັນໃນເອກະສານຈຳນວນ 7 ສະບັບ, ເປັນຕັ້ນແມ່ນສົນທິສັນຍາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ວ່າດ້ວຍ ການໂອນຕົວນັກໂທດ, ສັນຍາລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ວ່າດ້ວຍ ການຂົນສົ່ງທາງອາກາດ, 3 ເອກະສານການຮ່ວມມືໃນຂະແໜງການພະລັງງານ ແລະ ບໍ່ແຮ່, 1 ເອກະສານໃນວຽກງານການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ໃນວຽກງານການຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ 1 ເອກະສານຮ່ວມມືທາງດ້ານເຕັກນິກການທະຫານ ແລະ ຫລັງຈາກນັ້ນ ໄດ້ມີການຖະແຫຼງຂ່າວຮ່ວມກັນ ຕໍ່ສື່ມວນຊົນ ກ່ຽວກັບຜົນຂອງການພົບປະ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການຢູ່ ສະຫະພັນ ຣັດເຊຍ ໃນຄັ້ງນີ້, ຊຶ່ງໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ຣັດເຊຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ກໍ່ຄືໃນປະຈຸບັນ.
ນອກຈາກນັ້ນ, ໃນໂອກາດຢ້ຽມຢາມດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບປະທານສະພາສະຫະພັນ ແຫ່ງ ສະຫະພັນ ຣັດເຊຍ (ສະພາສູງ) ທ່ານ ນາງ ວາເລັນຕີນາ ມັດວຽນໂກ, ພົບປະກັບປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະ ຢ້ຽມຢາມສະຖານທີ່ວັດທະນະທໍາຂອງຣັດເຊຍ ຈໍານວນໜຶ່ງ. ການຢ້ຽມຢາມ ສະຫະພັນ ຣັດເຊຍ ຂອງຄະນະຜູ້ແທນ ນຳໂດຍ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້.

ไม่มีความคิดเห็น