4 ປະເທດຍັງຜະລິດຫົວລົບນິວເຄຣຍ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງ
ສຕອກໂຮລ໌ມ ປະເທດສະວີເດັນ ໃນວັນທີ່ 21 ກັນຍາ
ວ່າສະຖາບັນວິໄຈສັນຕິພາບລະຫວ່າງໂລກປະເທດສຕອກໂຮລ໌ມ ຫຼື ເອສໄອພີອາຣ໌ໄອ ກ່າວວ່າ
ການພັດທະນາໃນໂຄງການນິວເຄຣຍຂອງເກົາຫຼີເໜືອ
ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງການເມືອງລະຫວ່າງປະເທດແລະສົ່ງຜົນກະທົບຮ້າຍແຮງເປັນຕ່ອງໂສ້
ນັບແຕ່ເດືອນມັງກອນ
2017 ສະຫະລັດອາເມຣິກາ ຣັດເຊຍອັງກິດ ຝັຣງເສດ ຈີນ ອິນເດຍ ປາກີສະຖານ ອີສຣາເອລ
ແລະເກົາຫຼີເໜືອ ລວມກັນມີຫົວລົບນິວເຄຣຍປະມານ 14,935 ລູກ ຫຼຸດຫຼົງຈາກ 15,395 ລູກ
ໃນປີຜ່ານມາ
ແຕ່ 4
ປະເທດກໍາລັງຂະຫຍາຍຫົວລົບນິວນິວເຄຣຍໃນຄອບຄອງ ປະກອບມີ ຈີນ ອິນເດຍ ເກົາຫຼີເໜືອ ແລະ
ປາກີສະຖານ
ແຊນນອນ ໄລ໌
ຫົວໜ້າໂຄງການອາວຸດນິວເຄຣຍຂອງເອສໄອພີອາຣ໌ໄອ ກ່າວວ່າ
ກ້າວຍ່າງລ່າສຸດໃນການປົດອາວຸດນິວເຄຣຍຖືວ່າພຶງພໍໃຈ 122
ປະເທດອານຸມັດສົນທິສັນຍາຫ້າມອາວຸດນິວເຄຣຍ ທີ່ອົງການສະຫະປະຊາຊາດ ໃນເດືອນກໍລະກົດ 2017
ເຊິ່ງເປັນບາດກ້າວສໍາຄັນໃນການປົດອາວຸດນິວເຄຣຍໃນໄລຍະຍາວ
Post a Comment