ຄິມຂູ່ທຣໍ້າຕ້ອງຊົດໃຊ້ຢ່າງສະສົມ ຫຼັງຈາກສັ່ງຄວໍ່າບາດເກົາຫຼີເໜືອ(ຊົມວີດີໂອ)
ຜູ້ນໍາເກົາຫຼີເໜືອເຕືອນປະທານາທິບໍດີສະຫະລັດ
ຕ້ອງຊົດໃຊ້ຢ່າງສະສົມ
ຕໍ່ການຄວໍ່າບາດສະຖາບັນການເງິນແລະຄວບຄຸມການຄ້າລະຫວ່າງປະຊາຄົມໂລກກັບເກົາຫຼີເໜືອ ແລະ
ຖະແຫຼງທີ່ສື່ເຖິງການ ປະກາດສົງຄາມ
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ
ປະເທດສະຫະລັດອາເມຣິກາ ໃນວັນທີ່ 21 ກັນຍາ ວ່າປະທານາທິບໍດີໂດນັລທຣໍ້າ
ລົງນາມໃນຄໍາສັັ່ງບໍລິຫານ ຫ້າມບໍລິສັດແລະສະຖາບັນການເງິນປະເທດໃດກໍຕາມທີ່ເຮັດທຸລະກໍາຮ່ວມເກົາຫຼີເໜືອ
ທັງໃນດ້ານພະລັງງານ ການແພດ ເໝືອງແຮ່ ອຸດສະຫະກໍາສິ່ງທໍ ແລະລະບົບຂົນສົ່ງສາທາລະນະ
ທີ່ລວມໄປເຖິງຊິບປິງຫຼືການຂົນສົ່ງສິນຄ້າທາງເຮືອ
ເປີດສໍານັກງານແລະມີສິດເຂົ້າເຖິງການທຸລະກໍາໃນສະຫະລັດ
ຕະຫຼອດຈົນຫ້າມເຮືອບັນທຸກສິນຄ້າແລະອາກາດຍານຂອງປະເທດໃດກໍ່ຕາມທຽບທ່າໃນສະຫະລັດເປັນເລາ
180 ວັນ ຫາກພົບວ່າພາຫະນະເຫຼົ່ານັ້ນມີປະວັດການທຽບທ່າໃນເກົາຫຼີເໜືອມາກ່ອນ
ຕໍມາສໍານັກຂ່າວກາງເກົາຫຼີເຜີຍແຜ່ຖະແຫຼງການຂອງ
ຄິມຈອງ-ອຶນ ຜູ້ນໍາສູງສຸດຂອງກົາຫຼີເໜືອວ່າ ທຣໍ້ ສະຕິບໍ່ສົມປະກອບ
ແລະການເພີ່ມມາດຕະການຄວໍ່າບາດຕໍ່ເກົາຫຼີເໜືອຄັ້ງລ່າສຸດຂອງລັດຖະບານວໍຊີງຕັນ
ແລະຖ້ອຍຄໍາຖະແຫຼງການຂອງຜູ້ນໍາສະຫະລັດໃນເວທີ ສະມັດຊາໃຫຍ່ສະຫະປະຊາຊາດ
ທີ່ເອີ່ນຜູ້ນໍາສູງສຸດຂອງເກົາຫຼີເໜືອລຸ່ນທີ່ 2 ວ່າເປັນມະນຸດລູກສອນໄຟ ແລະປະກາດຈະຍ່ອງ
ເກົາຫຼີເໜືອ ຖືເປັນ ືເປັນການປະກາດສົງຄາມອັນກ້ຽວກາດທີ່ສຸດ ໃນປະຫວັດສາດແຕ່ຈະແຮ່ງເພີ່ມໃຫ້ລັດຖະບານປຽງຢາງ
ເລືອກເດີນທາງທີ່ຖືກຕ້ອງຈົນນາທີສຸດທ້າຍ ແລະສະຫະລັດຕ້ອງຊົດໃຊ້ຢ່າງສະສົມ ໃນເລື່ອງນີ້
ຊົມວີດີໂອ:
Post a Comment