ຊີ້ແຈງເລື່ອງ ການເສຍເງິນເຮັດໃບຕາດິນໃໝ່ແພງແທ້ຫຼືບໍ?(ຄໍາຕອບຄວາມຈິງ)



ມີຫາງສຽງມາໂດຍຕະຫຼອດກ່ຽວກັບບັນຫາຄ່າທຳນຽມເຮັດໃບຕາດິນແພງ ຊຶ່ງຫຼ້າສຸດທີ່ເປັນຂ່າວກໍ່ແມ່ນເລື່ອງຂໍເຮັດໃບຕາດິນຄືນໃໝ່ກໍລະຄີເຮັດໃບຕາດິນເຄົ້າເສຍ ທີ່ຈະຕ້ອງເສຍຄ່າທຳນຽມ 7-12 ລ້ານກີບ (3-5 ໝືນບາດ) ແລະຖືກວິພາກວິຈານກັນເປັນວົງກ້ອນໂດຍສະເພາະໃນສື່ສັງຄົມອອນລາຍພວກເຮົາ.





ເພື່ອຄວາມກະຈ່າງແຈ້ງກ່ຽວກັບສຳລັບຄ່າທຳນຽມ ທ່ານບົວຈັນ ຂຸນໄຊ ຮອງຫົວໜ້າຂະແໜງຄຸ້ມຄອງທີ່ດິນ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ ອອກມາຊີ້ແຈງອະທິບາຍຜ່ານສື່ຄັ້ງວັນທີ 19 ກັນຍາ 2017 ນີ້ວ່າ: ສະເພາະຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນບໍ່ເກີນ 640,000 ກີບ (ນະຄອນຫລວງວຽງຈັນ).
ສຳລັບຂັ້ນຕອນການແຈ້ງເສຍຫາຍ ການອອກໃບຕາດິນໃນກໍລະນີແຈ້ງເສຍຫາຍ ແລະຄ່າໃຊ້ຈ່າຍທັງໝົດ ການສະເໜີຂໍສຳເນົາໃໝ່ແຈ້ງເສຍຫາຍຂັ້ນຕອນມີຄື:

1. ເຈົ້າຂອງທີ່ດິນຕ້ອງໄດ້ມາຊື້ຄຳຮ້ອງ: ທາງທີ່ດີນໄດ້ປະກອບຄຳຮ້ອງໃຫ້ເປັນຊຸດແລ້ວ ໃນລາຄາຊຸດລະ 15,000 ກີບ ຫຼັງຈາກຊື້ຄຳຮ້ອງໄປແລ້ວໃຫ້ຊີ້ແຈງເຫດຜົນວ່າໄດ້ເສຍຫາຍໃນກໍລະນີໃດ ຈາກນັ້ນໃຫ້ເຊັນນາຍບ້ານ ແລ້ວເອົາມາຍື່ນໃຫ້ຂາເຂົ້າ-ຂາອອກຂອງພະນແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລ້ວເອກະສານນັ້ນຈະຖືກສົ່ງໄປຂະແໜງຄຸ້ມຄອງທີ່ດິນ ໃນຄຳຮ້ອງນັ້ນຈະມີສຳເນົາໃບຕາດິນໂຕທີ່ເສຍຫາຍ ພ້ອມດ້ວຍສຳມະໂນຄົວ ແລະບັດປະຈຳຕົວຂອງຜູ້ເສຍຫາຍ ຈາກນັ້ນເຈົ້າໜ້າທີ່ໆດິນຈະໄດ້ນັດເພິ່ນລົງໄປຕິດຕາມຂໍ້ມູນຢູ່ບ້ານທີ່ດິນຢູ່ຕົວຈິງ, ມີນາຍບ້ານ ແລະພາກສ່ວນກ່ຽວຂ້ອງ, ມີເຈົ້າໜ້າທີ່, ສານ ອອກບັດເຊີນໃຫ້ແລ້ວໃຫ້ເຈົ້າຂອງດິນ ບັນທຶກຂໍ້ມູນການເສຍຫາຍຈາກເຈົ້າຂອງດິນ.




2. ເມື່ອບັນທຶກຄຳໃຫ້ການເສຍເສຍໝົດແລ້ວ ຈະຕ້ອງໄດ້ແຈ້ງລົງໜັງສືພິມກ່ຽວກັບໃບຕາດິນສະບັບເຄົ້າເສຍ ໂດຍໃຫ້ເຈົ້າຂອງດິນເປັນຜູ້ອອກຄ່າໃຊ້ຈ່າຍ ພາຍຫຼັງຄົບກຳນົດແລ້ວໃຫ້ທາງຂະແໜງທີ່ດິນໄດ້ລາຍງານໃຫ້ທາງຫ້ອງການແລ້ວເຮັດສະໂນດນຳສົ່ງໄປຫາຂະບວນການຍຸຕິທຳກໍ່ຄືສານ, ສານເຂດບ່ອນທີ່ດິນຕັ້ງຢູ່ ເພື່ອທຳການສືບ ຫຼື ພິສູດຄວາມເປັນເຈົ້າຂອງ ເມື່ອສານເຮັດໜ້າທີ່ຂອງເພິ່ນ ແລ້ວເຮັດການຕັດສິນວ່າດິນຕອນນີ້ເປັນຂອງຜູ້ນີ້ແທ້ ເພິ່ນຈະປິດສຳນວນທີ່ດິນຕາມມາດຕາ 50 ຂອງກົດໝາຍທີ່ດິນວ່າໃບຕາດິນທຸກຕອນທີ່ເສຍຕ້ອງໄດ້ຜ່ານສານ ນີ້ເປັນຂະບວນການເມື່ອໃບຕາດິນເສຍ.

ຫຼັງຈາກສານຕັດສິນແລ້ວທາງຂະແໜງຊັບພະຍາກອນທຳມະຊາດຈິ່ງເຮັດແຈ້ງການລົບລ້າງໃບຕາດິນໂຕເກົ່າທີ່ເສຍໄປ ໂດຍອີງຕາມຄຳຕັດສິນຂອງສານ ແລ້ວກ້າວສູ່ຂັ້ນຕອນແຕ້ມ ແລະເຮັດໃບຕາດິນໃໝ່ ແລະສົ່ງໄປເສຍຄ່າທຳນຽມໃບຕາດິນ, ພາຍຫຼັງເສຍຄ່າທຳນຽມແມ່ນນຳໄປເຂົ້າເຊັນຫົວໜ້າຂະແໜງຄຸ້ມຕອງທີ່ດິນ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລ້ວສົ່ງໃບຕາດິນໃຫ້ເຈົ້າຂອງເປັນອັນວ່າຈົບ.


ສ່ວນວ່າຄ່າໃຊ້ຈ່າຍໃນເບື້ອງຂອງພະແນກຊັບພະຍາກອນ ແລະສິ່ງແວດລ້ອມໂດຍກົງ ການເສຍເງິນໃນການອອກໃບຕາດິນໃໝ່ໃນກໍລະນີໃບຕາດິນເສຍ ລວມທັງໝົດຄື 640,000 ກີບ  1. ຄ່າແບບຟອມ 15,000 ກີບ, 2 ຍື່ນຕິດສະແຕມ 30,000 ກີບ, ຄ່າຢັ້ງຢືນຄວາມຖືກຕ້ອງ 50,000 ກີບ 3, ແຈ້ງລົງໜັງສືພິມ 350,000 ກີບ ຄ່າທຳນຽມໃບຕາດິນ 30,000 ພັນ ຄ່າແບບຟອມຕ່າງໆ 5,000ແລະ  10,000 ກີບ, ຄ່າເບິ່ງແຍງໃບຕາດິນ 100,000 ກີບ  ນອກຈາກນີ້ແມ່ນຍັງມີລາຍຈ່າຍຢູ່ຂັ້ນສານ. ແຕ່ຖ້າເຮັດຕາມຂັ້ນຕອນແມ່ນບໍ່ໄດ້ເສຍຮອດ 7-12 ລ້ານກີບຕາມທີ່ເປັນຂ່າວ, ທ່ານ ບົວຈັນ ຂຸນໄຊ ກ່າວ.

ທ່ານຍັງແນະນຳວ່າ: ກໍລະນີມີວຽກກ່ຽວກັບທີ່ດິນ ຢາກຊື້-ໂອນແບ່ງ ຂາຍແມ່ນໃຫ້ເຈົ້າຂອງທີ່ດິນເຂົ້າມາຫາພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ທາງເຈົ້າໜ້າທີ່ພ້ອມແລ້ວທີ່ຈະໃຫ້ບໍລິການທ່ານ. ອີກບັນຫາໜຶ່ງຖ້າທ່ານໃດມີບັນຫາວ່າພະນັກງານຂອງທີ່ດິນໄປຮັບວຽກພິເສດຮຽກເອົາຄ່າຕອບແທນຕ່າງໆກໍ່ຂໍໃຫ້ແຈ້ງມາຍັງພະແນກການທີ່ກ່ຽວຂ້ອງ ເພິ່ນມີການຈັດຕັ້ງຈະສຶກສາອົບຮົມຕາມຂັ້ນຕອນ.

ແຫຼ່ງທີ່ມາ: Laos Update

ไม่มีความคิดเห็น