ຍິງຖືພາ 8 ເດືອນ ອ້າງຂາຍຢາບ້າ ຍ້ອນຜົວແນະນໍາ


ຍິງຖືພາ 8 ເດືອນ ຖືກເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຕົວໃນຂໍ້ຫາລັກລອບຄ້າ ຂາຍຢາເສບຕິດ ແລະ ມີໄວ້ຄອບຄອງ ( ປະເພດຢາບ້າ )  ເກືອບ 3.000 ເມັດ ໂດຍອ້າງວ່າເຫດຜົນຂາຍຍ້ອນຜົວ ເປັນຜູ້ແນະນໍາ, ຖືກຈັບຕົວໄດ້ໃນວັນທີ 27 ກັນຍາ 2017 ນີ້.
ເຈົ້າໜ້າທີ່ ວິຊາສະເພາະເປີດເຜີຍວ່າ: ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືທີ່ແຈ້ງກ່ຽວກັບການລັກລອບຄ້າ ຂາຍຢາເສບຕິດ. ຈາກນັ້ນ ຈິ່ງໄດ້ລົງຕິດຕາມ ແລະ ຈັບກຸມຜູ້ຖືກຫາ ຊື່ນາງ ເຢຍລໍ່ ອາຍຸ 27 ປີ, ບ້ານໂພສີເມືອງ ນາຊາຍທອງ ຖືພາໄດ້ 8 ເດືອນ ພ້ອມຂອງກາງຢາບ້າ 2.962 ເມັດ ມາສືບສວນ ແລະ ຜູ້ກ່ຽວສາລະພາບວ່າ: ໃນ ໄລຍະເດືອນພຶດສະພາຜູ້ເປັນຜົວແນະນໍາໃຫ້ຂາຍຢາບ້າ ເພາະຢູ່ເຮືອນບໍ່ໄດ້ເຮັດຫຍັງ ແລະ ຜູ້ເປັນຜົວກໍໄປເຮັດ ວຽກຢູ່ຕ່າງແຂວງກັບມາເດືອນລະຄັ້ງແຖມຍັງມີລູກນ້ອຍ 2 ຄົນ. ພາຍຫຼັງຮັບປາກຜູ້ເປັນຜົວກໍໃຫ້ຄົນທີ່ຮູ້ຈັກ ນໍາຢາມາສົ່ງໃຫ້,ໃນເບື້ອງຕົ້ນຮັບເອົາ 2 ຖົງ ມີ 400 ເມັດມາຂາຍ . ພາຍຫຼັງຂາຍໝົດກໍສັ່ງເພີ່ມຂຶ້ນເປັນ 5 ຖົງ ເທົ່າກັບ 1.000 ເມັດ. ມາໃນຕົ້ນເດືອນກັນຍາ ຜູ້ທີ່ເອົາຢາບ້າມາຂາຍໃຫ້ນັ້ນຈະໄປເຮັດວຽກຢູ່ຕ່າງແຂວງກໍຮັບ ຢາບ້າ 1 ມັດ ກັບ 5 ຖົງ ເທົ່າກັບ 3.000 ເມັດ ຈາກນັ້ນ ກໍໄດ້ນໍາຢາບ້າຈໍານວນດັ່ງກ່າວມາຂາຍໃຫ້ໄວລຸ້ນ.
ຕໍ່ມາໃນວັນທີ 27 ກັນຍາ 2017 ໄດ້ຂາຍຢາບ້າໃຫ້ໄວລຸ້ນ ຈໍານວນ 1 ຖົງ ໂດຍນໍາໃຊ້ເຮືອນເປັນສະຖານທີ່ຄ້າຂາຍ, ຮອດເວລາປະມານ 11:00 ໂມງ ຂອງວັນດຽວກັນ ຖືກເຈົ້າໜ້າທີ່ຈັບຕົວໄດ້ ພ້ອມຂອງກາງຢາບ້າ ແລະ ເງິນຈໍາ ນວນໜຶ່ງ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ກໍາລັງຕິດຕາມຈັບຕົວຜູ້ກ່ຽວຂ້ອງມາດໍາ ເນີນຄະດີ.
ແຫຼ່ງທີ່ມາ:ໜັງສືພິມຄວາມສະຫງົບ


ไม่มีความคิดเห็น