ແຄ້ນໃຫ້ນາຍຈ້າງຍ້ອນຖືກໄລ່ອອກ ກັບມາລັກຄໍາ 17 ບາດ
ອະດີດກໍາມະກອນ
ຮ້ານໃຫ້ເຊົ່າໂຕະ, ຕັ່ງ ແລະ ເຕັ້ນ
ແຄ້ນໃຫ້ນາຍຈ້າງ ຍ້ອນຖືກໄລ່ອອກຈາກວຽກ ເພາະພຶດຕິ ກໍາເສບຢາເສບຕິດ ແລະ ລັກເຄື່ອງໃນຮ້ານ
ກັບມາງັດເຮືອນນາຍຈ້າງ ລັກຄໍາ 17 ບາດ ແລະ ເຄື່ອງອື່ນໆຈໍານວນ ໜຶ່ງ.
ເຈົ້າໜ້າທີ່ ປກສ ເມືອງນາຍຊາຍທອງ
ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 21 ສິງຫາ 2017 ໄດ້ຮັບແຈ້ງ ຄວາມຈາກທ້າວ ທອງສາ ອາຍຸ 71
ປີ, ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ
ມີຄົນງັດເຮືອນລັກຄໍາຮູບປະພັນ ຈໍານວນ 17 ບາດ, ສາຍແອວທອງນາກ 1 ເສັ້ນ ນໍ້າໜັກ 25 ບາດ ແລະ ເງິນບາດ 1.500 ບາດ, ຈາກນັ້ນ ເຈົ້າໜ້າ ທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄະດີຢ່າງໃກ້ຊິດ
ເພື່ອຂຶ້ນເປົ້າໝາຍ, ຈາກຄໍາໃຫ້ການຂອງຜູ້ເສຍຫາຍ
ກ່ອນໜ້ານັ້ນ ໄດ້ໄລ່ກໍາມະກອນຄົນໜຶ່ງອອກຈາກວຽກຊື່ທ້າວ ທ້າວ ບຸນທັນ ອາຍຸ 51
ປີ ຢູ່ບ້ານລ່ອງໂປດ ເມືອງພູຄູນ ແຂວງ
ຫຼວງພະບາງ ຍ້ອນມີພຶດຕິກໍາເສບຢາເສບຕິດ ແລະ ລັກເຄື່ອງໃນຮ້ານໄປຂາຍ.
ຫຼັງຈາກໄລ່ອອກຜູ້ກ່ຽວກໍທຽວ ໄປມາຫາໝູ່ຢູ່ຮ້ານຢ່າງເປັນປະຈໍາ. ຜ່ານການເກັບກໍາຂໍ້ມູນ
ທ້າວ ບຸນທັນ ຕົກເປັນເປົ້າໝາຍໃນການຕິດຕາມຂອງ ເຈົ້າໜ້າທີ່, ຕົກມາຮອດວັນທີ 15
ກັນຍາ 2017 ໄດ້ຮັບແຈ້ງຈາກຮ້ານ ຊື້-ຂາຍຄຳ ແຫ່ງໜຶ່ງ
ຢູ່ເມືອງກາສີ ແຂວງ ວຽງຈັນວ່າ: ມີຊາຍນຳເອົາຄໍາຮູບປະພັນມາຂາຍຈຳນວນ 2 ບາດ ແລະ 1 ສະຫຼືງ ໃນລາຄາ 6.100.000
ກີບ, ຈຶ່ງໄດ້ ນຳກຳລັງເຂົ້າສົມທົບກັບເຈົ້າໜ້າທີ່ ປກສ ເມືອງກາສີ
ແລະ ເມືອງພູຄູນ ແຂວງຫຼວງພະບາງ ສະກັດກັ້ນຜູ້ກ່ຽວໃນ
ຂະນະທີ່ກຳລັງຂັບລົດຈັກກັບບ້ານລ່ອງໂປດ ເມືອງພູຄູນ ພ້ອມທັງຂອງກາງຄຳຮູບປະພັນຈຳນວນ 5 ບາດ ແລະ ເງິນກີບ 17.400.000
ກີບ ມາດຳເນີນຄະດີ.
ຜ່ານການສອບສວນທ້າວ ບຸນທັນ ສາລະພາບວ່າ:
ພາຍຫຼັງນາຍຈ້າງໄລ່ອອກວຽກແລ້ວຕົນໄດ້ທຽວໄປ ເຮືອນຂອງນາຍຈ້າງເປັນປະຈຳ ມາວັນທີ 21
ສິງຫາ 2017 ເວລາ 10:00 ໂມງ ໄດ້ລັກໄປເຮືອນຂອງນາຍຈ້າງເກົ່າ
ເພາະວ່າໃນເວລານັ້ນ ບໍ່ມີຄົນຢູ່ເຮືອນ
ຈຸດປະສົງແມ່ນຈະເຂົ້າໄປລັກເອົາຊັບສີນທີ່ມີຄ່າໄປຂາຍ, ເມື່ອງັດເຂົ້າໄປໃນ ເຮືອນໄດ້ແລ້ວ ກໍເຂົ້າໄປຄົ້ນຫ້ອງນອນຂອງນາຍຈ້າງ
ພົບລີນຊັກລ໋ອກຢູ່ ຈຶ່ງເອົາເຫຼັກມາງັດອອກ ເຫັນຖົງສີດຳ ໃນຖົງມີຄຳຫຼາຍບາດ ແລະ
ເງິນບາດຈຳນວນໜຶ່ງ, ເມື່ອລັກອອກມາແລ້ວຈຶ່ງຈ້າງລົດໂດຍສານໄປພັກເຊົ່າຢູ່ບ້ານ
ພັກແຫ່ງໜຶ່ງ ເຂດບ້ານດົງໂດກ ເມືອງໄຊທານີ, ມືຕໍ່ມາ ໄດ້ຂີ່ລົດເມໂດຍສານ ໄປຕະຫຼາດເຊົ້າ ເພື່ອຂາຍສາຍ
ແຂນຄໍາຈຳນວນ 1 ບາດ ໃນລາຄາ 4.500.000
ກີບ ເມື່ອໄດ້ເງິນມາກໍນຳໄປໃຊ້ຈ່າຍໝົດ.ຕໍ່ມາ
ໃນວັນທີ 24 ສິງຫາ
ໄດ້ຂີ່ລົດເມສາຍເໜືອໄປເມືອງແປກ ແຂວງຊຽງຂວາງ ແລ້ວເອົາສາຍແຂນຄຳໜັກ 1 ບາດ ຢູ່ຕະຫຼາດ ເມືອງແປກ ຈຳນວນ 4.500.000
ກີບ ແລະ ໃນວັນທີ 9 ກັນຍາ ໄດ້ຂາຍສາຍແຂນຄຳຈຳນວນ 2 ບາດ ໃຫ້ ຮ້ານຊື້-ຂາຍຄຳ ຢູ່ຕະຫຼາດເມືອງແປກ
ໃນລາຄາ 8.600.000 ກີບ, ຈາກນັ້ນໄດ້ຂີ່ລົດກັບຄືນມານະຄອນຫຼວງ ວຽງຈັນ
ແລ້ວຊື້ລົດຈັກເວບ 100 ໝາຍເລກທະບຽນ ດກ 5035
( ລົດມືສອງ ) ໃນລາຄາ 6.900.000
ກີບ, ແລ້ວຂີ່ລົດຈັກກັບຄືນໄປຫຼິິ້ນຢູ່ເມືອງຊຽງເງິນ
ແຂວງຫຼວງພະບາງ ພາຍຫຼັງເງິນໝົດ, ຈຶ່ງຂັບລົດກັບມາເມືອງກາສີ ແຂວງວຽງຈັນ ພ້ອມທັງເອົາຄຳຈຳນວນ 2 ບາດ ໄປຂາຍຢູ່ຮ້ານຂາຍຄຳ ຢູ່ຕະຫຼາດເມືອງກາສີ
ໃນລາຄາ 8.600.000 ກີບ
ແລະ ຕກມາໃນວັນທີ 13 ກັນຍາ
ໄດ້ເອົາຄໍາປະເພດແຫວນ 1 ສະຫຼືງ ແລະ
ຕຸ້ມຫູ ນໍ້າໜັກ 1 ບາດ ຂາຍ ໃນລາຄາ 6.100.000
ກີບ, ຈາກນັ້ນໄດ້ຂັບລົດຂຶ້ນເມື່ອບ້ານ ລ່ອງໂປດ ເມືອງພູຄູນ
ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ແຫຼ່ງທີ່ມາ:ໜັງສືພິມຄວາມສະຫງົບ

Post a Comment