ຫົວໜ້າໄອເອສປ່ອຍເທບປຸກລະດົມກຸ່ມໄອເອສຕ້ານສັດຕູ(ຊົມວີດີໂອ)

ກຸ່ມຫົວຮຸນແຮງໄອເອສອອກເທບບັນທຶກສຽງເຊື່ອວ່າເປັນຂອງ ອາບູ ບັຄຣ໌ ອັລ-ບັກ໌ດາດີ ຫົວໜ້າກຸ່ມໄອເອສທີ່ອອກມາຮຽກຮ້ອງໃຫ້ສະມາຊິກທີ່ກໍາລັງຖືກກົດດັນໜັກໃນຊີເຣຍແລະອີຣັກຮ່ວມກັນຕໍ່ຕ້ານສັດຕູ


ສໍໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 29 ກັນຍາວ່າ ຈາກການບອກເລົ່າຂອງບຸກຄົນທີ່ໄດ້ຍິນເທບບັນທຶກສຽງເຊີ່ງເຊື່ອວ່າເປັນຂອງ ອາບູ ບັຄຣ໌ ອັລ-ບັກ໌ດາດີ ຫົວໜ້າກຸ່ມຫົວຮຸນແຮງໄອເອສແລ້ວນໍາອອກມາເຜີຍແຜ່ໂດຍກຸ່ມຊື່ ອັລ-ຟູຣການໃນເຄືອຂອງໄອເອສ ແຕ່ບໍ່ຮູ້ວ່າເທບບັນທຶກສຽງດັ່ງກ່າວບັນທຶກເອົາໄວ້ເມື່ອໃດ


ເທບບັນທຶກສຽງດັ່ງກ່າວລະບຸໄວ້ວ່າ ກົວໜ້າກຸ່ມໄອເອສແລະທະຫານຂອງໄອເອສຮູ້ດີເຖິງຫົນທາງສູ່ຊຊະນະຕ້ອງອາໄສຄວາມອົດທົນແລະຮ່ວມກັນຕໍ່ຕ້ານສັດຕູ ບໍ່ວ່າພັນທະມິດຂອງສັດຕູແມ່ນໃຜກໍ່ຕາມ ຖ້ອຍຄໍາຖະແຫຼງດັ່ງກ່າວຂອງຫົວໜ້າໄອເອສເຊື່ອວ່າ ໝາຍເຖິງຊາດທີ່ເປັນສັດຕູນໍາໂດຍ ອາເມຣິກາ ຣັດເຊຍ ແລະອີຣ່ານ ພ້ອມກັບພັນທະມິດເຮັດໃຫ້ໄອເອສສູນເສຍນັກຮົບໃນລະຫວ່າງງທີ່ປະຕິບັດການຕໍ່ຕ້ານໃນປະະເທດຊີເຣຍແລະອີຣັກ




ເມຶ່ອເດືອນ ກໍລະກົດທີ່ຜ່ານມາ ຣັດເຊຍພະຍາຍາມຢືນຢັນວ່າ ອາບູ ບັຄຣ໌ ອັລ-ບັກ໌ດາດີ ຍັງມີຊີວິດຢູ່ຫຼືບໍ ຫຼັງຈາກນັ້ນ​ໜຶ່ງເດືອນກ່ອນໜ້ານີ້ເຄີຍລາຍງານວ່າ ລາວເສຍຊີວິດຈາກການໂຈມຕີທາງອາກາດໃກ້ກັບເມືອງຣັກກາຖານທີ່ໝັ້ນສໍາຄັນຂອງໄອເອສໃນຊີເຣຍ ນອກນັັ້ນຍັງມີຂ່າວລືເລື່ອງສຸຂະພາບແລະການເຄື່ອນໄຫວຂອງພວກເຂົາ ແຕ່ແຫຼ່ງທີ່ຢູ່ນັ້ນຍັງບບໍ່ຊັດເຈນ.


 



ไม่มีความคิดเห็น